ເລີ່ມ​ປະ​ຕິ​ບັດ​ກົນ​ໄກ​ອະ​ນຸ​ລັກ​ສັດ​ປ່າ​ຂ້າມ​ຊາດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2018-03-27 14:20:15  cri 
ໃນ​ກອງ​ປະ​ຊຸມ​ຟື້ນ​ຟູ​ປ່າ​ໄມ້​ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວ​ງ​ປັກ​ກິ່ງ​ໃນ​ວັນ​ທີ 26 ມີ​ນາ​ນີ້, ຜູ້​ຕາງ​ໜ້າ​ພາກ​ສ່ວນ​ອະ​ນຸ​ລັກ​ສັດ​ປ່າ​ຂອງ 6 ປະ​ເທດລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄື: ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ, ໄທ​ແລະ​ຫວຽດ​ນາມ​ໄດ້​ຮ່ວມ​ກັນ​ເປີດ​ກົນ​ໄກ​ອະ​ນຸ​ລັກ​ສັດ​ປ່າ​ຂ້າມ​ຊາດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ່າງ-ແມ່​ນ້ຳ​ຂອງ, ປະ​ກາດ​ຈະ​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ສັດ​ປ່າ​ຂ້າມ​ຊາດ​ຢູ່​ພາກ​ພື້ນ​ດັ່ງ​ກ່າວ​ຢ່າງ​ແທ້​ຈິງ​ໂດຍ​ຜ່ານ​ການ​ຮ່ວມ​ມື.

ພາຍ​ຫຼັງ​ເປີດ​ກົນ​ໄກ​ດັ່ງ​ກ່າວ​ແລ້ວ, ຈະ​ຊ່ວຍ​ເຫຼືອ​ໃຫ້​ກຸ່ມ​ເສດ​ຖະ​ກິດ​ຢູ່​ພາກ​ພື້ນ​ນີ້​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ດ້ານ​ຂໍ້​ມູນ​ຂ່າວ​ສານ, ຄົ້ນ​ຄວ້າ​ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ປະ​ສົມ​ຂ້າມ​ຊາດ, ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​, ​ການ​ກໍ່​ສ້າງ​ແລວ​ທາງ​ຊີ​ວະ​ພາບແລະ​ອື່ນໆ, ພ້ອມ​ກັນ​ນັ້ນ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​​ສຶກ​ສາ​ຄົ້ນ​ຄວ້າ​ລະ​ຫວ່າງ​ພາກ​ສ່ວນ​ອະ​ນຸ​ລັກ​ຕ່າງໆແລະ​ຍົກ​ສູງ​ຄວາມ​ສາ​ມາດ.

ກອງ​ປະ​ຊຸມ​ສາ​ກົນ​ຟື້ນ​ຟູ​ປ່າ​ໄມ້​ຢູ່​ເຂດ​ອາ​ຊີ​ປາ​ຊີ​ຟິກ​ແລະ​ກິດ​ຈະ​ກຳ​ທົບ​ທວນ​ຄືນ 10 ປີ​ຂອງ​ອົງ​ການ​ປ່າ​ໄມ້​ອາ​ຊີ​ປາ​ຊີ​ຟິກ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 26 ມີ​ນາ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ "ແບ່ງ​ປັນ​ບົດ​ຮຽນ​ການ​ຟື້ນ​ຟູ​ປ່າ​ໄມ້, ປະ​ສານ​ງານ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ປ່າ​ໄມ້​ຂອງ​ພາກ​ພື້ນ", ລັດ​ຖະ​ມົນ​ຕີ, ເຈົ້າ​ໜ້າ​ທີ່​​ອາ​ວຸ​ໂສອົງ​ການ​ຈັດ​ຕັ້ງ​ສາ​ກົນ, ທູ​ຕາ​ນຸ​ທູດ​ແລະ​ຜູ້​ຕາງ​ໜ້າ 300 ກວ່າ​ທ່ານ​ທີ່​ມາ​ຈາກ​ 30 ກວ່າ​ກຸ່ມ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ປາ​ຊີ​ຟິກ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ