ມຽນ​ມາ​ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 28 ມີ​ນາ​ນີ້
2018-03-27 14:56:21  cri 
ວັນ​ທີ 26 ມີ​ນາ​ນີ້, ທ່ານ​ມັນ​ວິນ​ຄາຍ​ທັນ ປະ​ທານ​ສະ​ພາ​ສະ​ຫະ​ພາບມຽນ​ມາ​ປະ​ກາດ​ວ່າ, ມຽນ​ມາ​ຈະ​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 28 ມີ​ນາ​ນີ້.

ຄະ​ນະ​ກຳ​ມະ​ການກວດ​ກາ​ຄຸນ​ວຸດ​ທິ​​ປະ​ທາ​ນາ​ທິ​ບໍ​ດີສະ​ພາ​ສະ​ຫະ​​ພາບ​ມຽນ​ມາ​ຢືນ​ຢັນ​ໃນ​ມື້​ດຽວ​ກັນ​ວ່າ, ທ່ານ​ວິນ​ມິນ ທີ່​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ມຽນ​ມາ​ສະ​ເໜີ​ເມື່ອ​ມໍ່ໆ​ມາ​ນີ້​ມີ​ຄຸນ​ວຸດ​ທິ ແລະ ຄວາມ​ສາ​ມາດ​ທຸກ​ຢ່າງ ທີ່​ຈະ​ດຳ​ລົງ​ຕຳ​ແໜ່ງ​ປ​ະ​ທາ​ນາ​ທິ​ບໍ​ດີ. ທ່ານ​ມັນ​ວິນ​ຄາຍ​ທັນ​ກ່າວ​ວ່າ, ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ມາ​ຊິກ​ສະ​ພາ​ສະ​ຫະພາບ​ມຽນ​ມາ​ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຈາກຮອງ​ປະ​ທາ​ນາ​ທິ​ບໍ​ດີ 3 ທ່ານ.

ອີງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ມຽນ​ມາ, ປະ​ທາ​ນາ​ທິ​ບໍ​ດີ​ເລືອກ​ຕັ້ງ​ໂດຍ​ສະ​ພາ​ສະ​ຫະ​​ພາບ​ມຽນ​ມາ, 3 ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ຕ່າງ​ກໍຈະ​ສະ​ເໜີ​ໃຫ້​ຮອງ​ປະ​ທາ​ນາ​ທິ​ບໍ​ດີ 1 ທ່ານ​ເຂົ້າ​ຮ່ວມ​ການ​ເລືອ​ກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ເຊິ່ງ​ຜູ້​ໄດ້​ຮັບ​ຄະ​ແນນຫຼາຍ​ກວ່າ​ໝູ່​ຈະເປັນ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ອີກ 2 ທ່ານ​ຈະ​ເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ​ 1 ແລະ ຜູ້​ທີ 2 ຕາມ​​ລຳ​ດັບ​ຂອງ​ຈຳ​ນວນ​ຄະ​ແນນ​ທີ່​ໄດ້​ຮັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ