ຣັດ​ເຊຍ​ປະ​ທ້ວງ​ປະ​ເທດ​ຕ​າ​ເວັນ​ຕົກ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ
2018-03-27 15:04:13  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ຖະ​ແຫຼງ​ໃນ​ວັນ​ທີ 26 ມີ​ນາ​ນີ້​ ໂດຍ​ສະ​ແດງ​ຄວາມ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ ແລະ​ ກ່າວ​ວ່າ, ການກ​ະ​ທຳ​ແບບ​ນີ້​ຈະ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ສືບ​ສວນ​ຄະ​ດີ​ອະ​ດີດ​ນັກ​ສືບ​ຂ່າວ​ຣັດ​ເຊຍ​ທີ່ "ຖືກ​​ວາງຢາ​ເບື່ອ" ແລະ ທຳ​ລາຍ​ລະ​ບຽບ​ການ​ສົນ​ທະ​ນາ​ສາ​ກົນ ແລະ ກົດ​ໝາຍ​ສາ​ກົນ​ທີ່​ກ່ຽວ​ຂ້ອງ. ຣັດ​ເຊຍ​ຈະ​ມີ​ການ​ໂຕ້​ຕອບ​ຕໍ່​ເລື່ອງ​ນີ້​ຢ່າງ​ເດັດ​ຂາດ​ເຊັ່ນ​ກັນ.

ມື້​ດຽວ​ກັນ, ທ່ານໂດ​ນັນ ດູ​ສ​ກ໌ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ລົບ​ໄດ້​ຢືນ​ຢັນ​ວ່າ​ມີ 14 ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພາ​ບ​ເອີ​ລົບ​ປະ​ກາດ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ​ຕໍ່​ຣັດ​ເຊຍ​ທີ່​ຖືກ​ສົງ​ໄສ​ວ່າລອບ​ຂ້າ​ອະ​ດີດ​ນັກສືບ​​ຂ່າວ​ຣັດ​ເຊຍ​ຢູ່​ອັງ​ກິດ. ມື້​ດຽວ​ກັນ, ອາ​ເມ​ລິ​ກາ​ປະ​ກາດ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດຫຼາຍ​ສິບ​ຄົນ​ຂອງ​ຣັດ​ເຊຍ ແລະ ສັ່ງ​ປິດ​ສະ​ຖານ​ກົງ​ສູນ​ຣັດ​ເຊຍ​ປະ​ຈຳ​ເມືອງ​ຊີ​ແອັດໂທວ ແລະ ກາ​ນາ​ດາ​ກໍ​ປະ​ກາດ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ 4 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ