ຫວາງມໍ່ມານີ້, ໜັງສືພິມວຽງຈັນທາມສ໌ໄດ້ພິມບົດຄວາມຂອງທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ທ່ານວານເວີນທຽນ ເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວ, ທ່ານແຈງມານຕິດ ເອກອັກຄະລັດຖະທູດລາຊະອານາຈັກກຳປູເຈຍປະຈຳ ສປປ ລາວ, ທ່ານໂກໂກນາງ ເອກອັກຄະລັດຖະທູດສະຫະພາບມຽນມາປະຈຳ ສປປ ລາວ ແລະ ທ່ານຊັດຊະວານ ສວາຄອນສິນ ອຸປະທູດຊົ່ວຄາວລາຊະອານາຈັກໄທປະຈຳ ສປປ ລາວ ກ່ຽວກັບເນື້ອໃນຊົມເຊີຍການລິເລີ່ມກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບ 2 ປີ.
ບົດຄວາມຂອງທ່ານສະເຫຼີມໄຊໄດ້ສະແດງຄວາມຊົມເຊີຍຢ່າງອົບອຸ່ນຕໍ່ການລິເລີ່ມກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄົບຮອບສອງປີ ແລະ ສະແດງຄວາມຊົມເຊີຍຢາງຈິງໃຈຕໍ່ຈີນທີ່ໄດ້ໃຫ້ການສະໜັບສະໜູນດ້ານວັດຖຸ, ການຊ່ວຍເຫຼືອ ແລະ ມາດຕະການທຸກຢ່າງ ເພື່ອຊຸກຍູ້ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ສ້າງ "ແມ່ນ້ຳສັນຕິພາບ ແລະ ພັດທະນາຢ່າງຍືນຍົງຂອງພວກເຮົາ" ພ້ອມທັງຂຽນວ່າ, ໃນຖານະເປັນປະເທດປະທານຮ່ວມຊຸດໃໝ່, ສປປ ລາວຈະຕິດຕໍ່ພົວພັນຢ່າງແໜ້ນແຟ້ນກັບຈີນ ແລະ ປະເທດອື່ນໆໃນລຸ່ມແມ່ນ້ຳ, ຈັດກອງປະຊຸມສຳຄັນຕ່າງໆໃນວາລະນີ້ໃຫ້ດີ, ສືບຕໍ່ພະຍາຍາມເພື່ອປະຕິບັດໂຄງການຮ່ວມມືຕ່າງໆໃນກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ດີ.
ບົດຄວາມຊົມເຊີຍຂອງທ່ານວາງເວີນທຽນຂຽນວ່າ, 2 ປີມານີ້, ໂດຍປະຕິບັດຕາມທັດສະນະຄະຕິຮ່ວມມືທີ່ເນັ້ນການພັດທະນາ, ປຶກສາຫາລືຢ່າງສະເໝີພາບກັນ, ຕິດແທດຕົວຈິງ, ມີປະສິດທິພາບສູງ, ເປີດປະຕູ ແລະ ກວມລວມ, ກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເນັ້ນໃສ່ແກ້ໄຂຄວາມຕ້ອງການທີ່ຮີບດ່ວນທີ່ສຸດຂອງບັນດາປະເທດ, ເອົາໃຈໃສ່ການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ ແລະ ໄດ້ຮັບຜົນສຳເລັດທີ່ເດັ່ນຊັດ ໂດຍໄດ້ຮັບຄວາມນິຍົມຊົມຊອບຈາກລັດຖະບານ ແລະ ປະຊາຊົນ ຂອງ 6 ປະເທດ. ຈີນສະແດງຄວາມຊົມເຊີຍຕໍ່ລາວທີ່ຈະເປັນປະເທດປະທານຮ່ວມໃນ 2 ປີຂ້າງໜ້າ ແລະ ຍິນດີຮ່ວມກັບລາວ ແລະ ບັນດາປະເທດໃນລຸ່ມແມ່ນ້ຳຂອງ ເພື່ອຊຸກຍູ້ໃຫ້ກົນໄກດັ່ງກ່າວຈາກໄລຍະອົບຮົມບົ່ມສ້າງໃຫ້ກ້າວເຂົ້າສູ່ໄລຍະເຕີບໃຫຍ່ຂະຫຍາຍຕົວ.ບົດຄວາມຂອງເອກອັກຄະລັດຖະທູດປະເທດລຸ່ມແມ່ນ້ຳຂອງອື່ນໆປະຈຳ ສປປ ລາວລ້ວນແຕ່ໄດ້ຕີລາຄາສູງຕໍ່ກົນໄກຮ່ວມມືດັ່ງກ່າວໄດ້ເສີມຂະຫຍາຍບົດບາດສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດ ແລະ ເພີ່ມຄວາມຜາສຸກໃຫ້ແກ່ປະຊາຊົນບັນດາປະເທດ, ຍ້ອງຍໍສັນລະເສີນຜົນສຳເລັດຂອງກົນໄກຮ່ວມມືດັ່ງກ່າວ ແລະ ຂຽນວ່າ ຍິນດີຮ່ວມແຮງຮ່ວມໃຈກັນ ເພື່ອຊຸກຍູ້ໃຫ້ກົນໄກຮ່ວມມືດັ່ງກ່າວກ້າວຂຶ້ນສູ່ລະດັບໃໝ່ເລື້ອຍໆ ດ້ວຍຄວາມໄວກົນໄກຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ຕິດແທດຕົວຈິງ ແລະ ມີປະສິດທິພາບສູງ.