ຫ້ອງ​ທົດ​ລອງກວດ​ກາ​ຄຸນ​ນະ​ພາບ​ນ້ຳ​ຂອງ​ກຳ​ປູ​ເຈຍທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນນັ້ນ​ເປີດ​ບໍ​ລິ​ການ
2018-03-27 16:10:58  cri 
    ຫ້ອງ​ທົດ​ລອງກວດ​ກາ​ຄຸນ​ນະ​ພາບ​ນ້ຳ​ທີ່​ຈີນ​ຊ່ວຍ​ກຳ​ປູ​ເຈຍ​ສ້າງນັ້ນ​ ໄດ້​ເປີດ​ບໍ​ລິ​ການ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 26 ມີ​ນານີ້ ໂດຍ​ສອງ​ຝ່າຍ​ໄດ້​ເຊັນ "ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ການ​ຮ່ວມ​ມື​ດ້ານ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຈີນ-ກຳ​ປູ​ເຈຍ". ທ່ານ ປ໊າຍ​ຊຸ່ນຫຼີ ຫົວ​ໜ້າ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ ແລະ ທ່ານ ໄຊ​ຊຳ​ໄອ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສິ່ງ​ແວດ​ລ້ອມ​ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ພິ​ທີດັ່ງ​ກ່າວ.

    ທ່ານ ໄຊ​ຊຳ​ໄອ ກ່າວ​ວ່າ, ​ຂໍ​ສະ​ແດງ​ຄວາມຂອບ​ໃຈ​​ຕໍ່ລັດ​ຖະ​ບານ​ຈີນ​ທີ່​ສະ​ໜັບ​ສະ​ໜູນ​ວຽກ​ງານ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ກຳ​ປູ​ເຈຍ​ເປັນ​ເວ​ລາ​ຍາວ​ນານ, ຫວັງ​ວ່າ ຜ່ານ​ການ​ເຊັນ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຈະ​ຮ່ວມ​ກັນ​ຊຸກ​ຍູ້​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ.

    ອີງ​ຕາມ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ດັ່ງ​ກ່າວ, ສອງ​ຝ່າຍ​ຈະ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ຢ່າງກວ້າງ​ຂວາງ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ການລະ​ບາຍ​ແລະ​ກຳ​ຈັດນ້ຳ​​ເປື້ອນໃນ​ຕົວ​ເມືອງ, ການກວດ​ກາ​ຄຸນ​ນະ​ພາບ​ນ້ຳ ພ້ອມ​ດ້ວຍ​ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຍົກ​ລະ​ດັບ​ບຸກ​ຄະ​ລາ​ກອນ.

    ຂ່າວ​ແຈ້ງວ່າ, ຫ້ອງ​ທົດ​ລອງກວດ​ກາ​ຄຸນ​ນະ​ພາບ​ນ້ຳ​ທີ່​ຈີນ​ຊ່ວຍ​ສ້າງນັ້ນ ເລີ່ມ​ສ້າງ​ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ ແລະ​ສຳ​ເລັດ​ໃນ​ເດືອນ​ທັນ​ວາປີ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ