ເລີ່ມ​ປະ​ຕິ​ບັດ​ວຽກ​ງານ​ບັນ​ຈຸອັດ​ຖິ​ຂອງ​ນັກ​ຮົບ​ຜູ້​ເສຍ​ສະຫຼະ​ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ຢູ່​ສ.ເກົາຫຼີ​ກຸ່ມ​ທີ 5 ໃສ່​ໄວ້​ໃນ​ໂລງ​ຢ່າງ​ສົມ​ກຽດ
2018-03-27 16:12:35  cri 
    ​ວຽກ​ງານ​ບັນ​ຈຸອັດ​ຖິ​ຂອງ​ນັກ​ຮົບ​ຜູ້​ເສຍ​ສະຫຼະ​ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ຢູ່​ສ.ເກົາຫຼີ ໃສ່​ໃນ​ໂລງ​ໃນປີ 2018  ໄດ້​ເລີ່ມ​ປະ​ຕິ​ບັດ​ຢູ່​ນະ​ຄອນ​ອິນ​ຊອນ​ສ.ເກົາຫຼີ​ໃນ​ວັນ​ທີ 26 ມີ​ນານີ້. ຈີນ​ແລະ​ສ.ເກົາຫຼີ​ຈະ​ຈັດ​ພິ​ທີ​ມອບ​ຮັບ​ອັດ​ຖິ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ອິນ​ຊອນ​ໃນ​ວັນ​ທີ 28 ມີ​ນານີ້.

    ຂ່າວ​ແຈ້ງວ່າ, ອັດ​ຖິ​ຂອງ​ນັກ​ຮົບ​ຜູ້​ເສຍ​ສະຫຼະ​ຂອງກອງ​ທັບ​ອາ​ສາ​ສະ​ໝັກ 20 ຄົນ​ພ້ອມ​ດ້ວຍ​ເຄື່ອງ​ຂອງ​ຂອງ​ນັກ​ຮົບ​ເຫຼົ່າ​ນີ້ ໄດ້​ຖືກ​ຂຸດ​ພົບ​ຢູ່ 5 ບ່ອນ​ລວມ​ທັງ​ເມືອງ​ປາ​ຈູ​ແຂວງ​ກີ​ອົງ​ກີ, ​ເມືອງ​ໂຊວົນ​ແຂວງ​ກາງວົນ​ ແລະ ແຫ່ງ​ອື່ນໆນັບ​ແຕ່​ເດືອນ​ມີ​ນາ​ຫາ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ.

    ນັບ​ແຕ່​ປີ 2014-2017, ຈີນ​ແລະສ.ເກົາຫຼີ ໄດ້​ມອບ​ຮັບ​ອັດ​ຖິ​ຂອງ​ນັກ​ຮົບ​ຜູ້​ເສຍ​ສະຫຼະ​ກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ຢູ່​ສ.ເກົາຫຼີ 569 ຄົນ​ແລ້ວ.

    ປີນີ້​ແມ່ນ​ການມອບ​ຮັບ​ຄັ້ງ​ທີ 5 ຕາມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ຈີນ-ສ.ເກົາຫຼີ. ສຳ​ລັບ​ອັດ​ຖິ​ຂອງ​ນັກ​ຮົບ​ຜູ້​ເສຍ​ສະຫຼະ​ຂອງກອງ​ທັບ​ອາ​ສາ​ສະ​ໝັກ​ປະ​ຊາ​ຊົນ​ຈີນ​ທີ່​ຂຸດ​ພົບ​ໃນ​ຕໍ່​ໜ້າ, ສ.ເກົາ​ຫຼີ​ຈະ​ສືບ​ຕໍ່​ມອບ​ໃຫ້​ຝ່າຍ​ຈີນ​ຕາມ​ຈິດ​ໃຈ​ມະ​ນຸດ​ສະ​ທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ