ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ປະ​ນາມ​ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​ຊີ
2018-03-27 16:14:17  cri 
    ວັນ​ທີ 26 ມີ​ນານີ້, ທ່ານ ອັນ​ໂຕ​ນີ​ໂອ ກູ​ເທີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​​ຊີ​ຂອງ​ເຢ​ເມັນ​ທີ່​ຍິງ​​ຂີປະ​ນາ​ວຸດ​ໃສ່​ອາ​ຣັບ​ບີ​ຊາ​ອຸ​ດິດ​ໃນ​ກ່ອນ​ໜ້ານີ້ມື້​ໜຶ່ງ.

    ທ່ານ ຟາ​ຮານ ຮາກ ຮອງ​ໂຄ​ສົກ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຖະ​ແຫຼງ​ໃນ​ມື້​ດຽວ​ກັນ​ວ່າ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ເລັ່ງ​ທວງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ປະ​ທະ​ກັນ​ຈົ່ງ​ເຄົາ​ລົບ​ພັນ​ທະ​ທີ່​ຖືກ​ກຳ​ນົດ​ໃນ​ກົດ​ໝາຍ​ມະ​ນຸດ​ສະ​ທຳ​ສາ​ກົນ, ປ້ອງ​ກັນ​ບໍ່​ໃຫ້​ປະ​ຊາ​ຊົນ​ຜູ້​ບໍ່​ມີ​ໂທດ​ຫຍັງ​ແລະ​ພື້ນ​ຖານ​ໂຄງ​ລ່າງ​ພົນ​ລະ​ເຮືອນ​ຖືກ​ໂຈມ​ຕີ, ພ້ອມ​ກັນ​ນັ້ນ, ຍັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຈົ່ງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້ ແລະ​ເນັ້ນ​ວ່າ, ການ​ຍົກ​ລະ​ດັບ​ດ້ານ​ການ​ທະ​ຫານ​ບໍ່​ແມ່ນ​ທາງ​ອອກ.

    ທ່ານ ກູ​ເທີ​ເຣັ​ສ ກ່າວ​ວ່າ, ສົງ​ຄາມ​ກາງ​ເມືອງ​ຂອງ​ເຢ​ເມັນ ໄດ້​ສືບ​ຕໍ່​ກັນ​ມາ​ເປັນ​ເວ​ລາ 3 ປີ​ແລ້ວ, ການ​ປະ​ທະ​ກັນ​ດ້ານ​ການ​ທະ​ຫານ​ແລະ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ ຕ້ອງ​ແກ້​ໄຂ​ທາງ​ການ​ເມືອງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ແບບກວມ​ລວມ​ຢູ່​ພາຍ​ໃນ​ເຢ​ເມັນ.​ຂ່າວ​ແຈ້ງ​ຕື່ມວ່າ, ວັນ​ທີ 25 ມີ​ນານີ້, ກອງ​ທະ​ຫານ​ນາ​ນາ​ຊາດ​ທີ່​ນຳ​ໂດຍ​ອາ​ຣັບ​ບີ​ຊາ​ອຸ​ດິດ ກ່າວ​ວ່າ, ຕອນ​ຄ່ຳ​ມື້​ດຽວ​ກັນ, ກຸ່ມ​ປະ​ກອບ​ອາ​ວຸດ​ຮູ​​ຊີຂອງ​ເຢ​ເມັນ ໄດ້​ຍິງ​ຂີ​ປະ​ນາ​ວຸດ 7 ລູກ​ໃສ່​ອາ​ຣັບ​ບີ​ຊາ​ອຸ​ດິດ, ແຕ່​ຖືກ​​ຍິງ​ສະ​ກັດ​ຢ່າງ​ສຳ​ເລັດ​ຜົນທັງ​ໝົດ. ຊາກ​ຂີ​ປະ​ນາ​ວຸດ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ 1 ຄົນ ແລະ​ບາດ​ເຈັບ 2 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ