ຈີນ​ຍິນ​ດີ​ຊ່ວຍ​ອັຟກາ​ນິສະຖານ​ເພື່ອ​ບັນລຸ​ສັນຕິພາບ​ແລະ​ການ​ພັດທະນາ​ໂດຍ​ໄວ
2018-03-28 14:58:53  cri 

ທ່ານ​ຫຼີປ໊າວຕົ່ງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ຢູ່​ນະຄອນຫຼວງຕັສ​​ເກນ ປະ​ເທດ​ອຸສ​ເບ​ກິ​ສະຖານ​ໃນ​ວັນ​ທີ 27 ມີນາ​ນີ້​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ອັຟກາ​ນີສະຖານ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ແທຈິງ​ໃນ​ຂົງ​ເຂດ​ຕ່າງໆ ​ເພື່ອ​ຊ່ວຍ​ປະ​ເທດ​ດັ່ງກ່າວ​ບັນລຸ​ສັນຕິພາບ​ແລະ​ພັດທະນາ​ໂດ​ຍ​ໄວ.

ກອງ​ປະຊຸມ​ລະດັບ​ສູງ​ວ່າ​ດ້ວຍ​ບັນຫາ​ອັຟກາ​ນີສະຖານ ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງຕັສ​ເກນ ປະ​ເທດ​ອຸສ​ເບ​ກິ​ສະຖານ​ໃນ​ວັນ​ທີ 27 ມີນາ​ນີ້ ​​ໃນ​ຫົວ​ຂໍ້​ "ຂະ​ບວນການ​ສັນຕິພາບ, ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງກັບການ​ເຊື່ອມ​ຈອດ​ພາກ​ພື້ນ" ​ໂດຍ​ຜູ້​ແທນ​ຈາກ 20 ປະ​ເທດ ​ແລະອົງການ​ຈັດຕັ້ງສາກົນ ​ເຊັ່ນ ອັຟກາ​ນີສະຖານ, ປາ​ກິ​ສະຖານ, ອີຣານ, ອາ​ເມ​ລິ​ກາ, ຣັດ​ເຊຍ, ອົງການສະຫະ​ປະຊາ​ຊາດ ​ແລະ ສະຫະພາບ​ເອີຣົບ ​ເຂົ້າຮ່ວມ ທ່ານຫຼີປ໊າວຕົ່ງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ກໍ​ນຳພາ​ຄະນະຜູ້​ແທນ​ເຂົ້າຮ່ວມ ​ແລະ​ໃນ​ກອງ​ປະຊຸມ, ຝ່າຍ​ຕ່າງໆ ​ໄດ້​ຫາລືກ່ຽວ​ກັບ​ຂະ​ບວນການ​ປອງ​ດອງ​ຊາດ​ອັຟກາ​ນີສະຖານ, ການ​ຮ່ວມ​ກັນ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ຈາກ​ລັດທິ​ກໍ່​ການ​ຮ້າຍ, ຊຸກຍູ້​ການ​ຮ່ວມ​ມື​ເສດຖະກິດ​ພາກ​ພື້ນ, ການ​ເຊື່ອມ​ຈອດ ​ແລະ​ອື່ນໆ ​ແລະ​ກໍ​ໄດ້​ບັນລຸ​ຄວາມ​ຮັບຮູ້​ທີ່​ເປັນ​ເອກະ​ພາບ​ກັນ.

ຫຼັງ​ປະຊຸມ, ບັນດາ​ຝ່າຍ​ກໍ​ໄດ້​ຮັບຮອງ​ເອົາ "ຖະ​ແຫຼງການ​ຕັສ​ເກນ" ​ໂດຍ​ລະບຸ​ວ່າ: ການ​ເຈລະຈາ​ດ້ານ​ການ​ເມືອງກັບ​ກຸ່ມ​ຕາ​ລີ​ບັນ​ແມ່ນ​ຊ່ອງ​ທາງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສິ້ນ​ສຸດ​ຄວາມ​ຮຸນ​ແຮງ​ຢູ່​ອັຟກາ​ນີສະຖານ ​ແລະ​ຮຽກຮ້ອງ​ໃຫ້​ກຸ່ມ​ຕາ​ລີ​ບັນ​ເຫັນ​ດີກັບຂໍ້​ສະ​ເໜີ​ໃນ​ການ​ເຈລະຈາ​ສັນຕິພາບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ