ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ດ້ານ​ການ​ຄ້າ​ກັບ​ຈີນ​ດ້ວຍ​ທ່າ​ທີ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ສະຕິ
2018-03-28 17:18:04  cri 

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ຄະນະ​ສະມາຊິກ​ສະພາ​ທີ່​ນຳພາ​ໂດຍ​ທ່ານ​ສະ​ເຕັຟ ​​ໄດ​ເນັສ ສະມາຊິກ​ສະພາ​ສູງ​ສະຫະລັດ​ອາ​ເມ​ລິ​ກາ ຢູ່​ນະຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 27 ມີນາ​ນີ້ ​ໂດຍ​ກ່າວ​ວ່າ: ການ​ກໍ່​ສົງຄາມ​ການ​ຄ້າ​ຈະ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ໄດ້ ຈີນ​ຈະ​ພະຍາຍາມ​ໄປ​ຕາມ​ທິດ​ທາງ​ທີ່​ແກ້​ໄຂ​ບັນຫາ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ ​ແຕ່​ຂະນະ​ດຽວ​ກັນ ກໍ​ໄດ້​ກຽມ​ຄວາມ​ພ້ອມຢ່າງ​ເຕັມ​ສ່ວນ​ແລ້ວ​ທີ່​ຈະ​ຮັບ​ມື​ກັບ​ສົງຄາມ​ການ​ຄ້າ.

ທ່ານຫຼີ​ເຄີ້ສຽງ ຊີ້​​ໃຫ້​ເຫັນວ່າ: ​ເສດຖະກິດ​ຈີນ​ແລະ​ອາ​ເມ​ລິ​ກາ​ຕ່າງ​ກໍຊ່ວ​ຍຊູ​ຍູ້​ໜູນ​ກັນ, ການ​ຮ່ວມ​ມື​ກໍ​ນັບ​ມື້​ນັບ​ຂະຫຍາຍ​ວົງ​ກວ້າງ​ອອກ ສ່ວນ​ການ​ມີ​ຄວາມ​ຂັດ​ແຍ້​ງກັນ​ບາງ​ຢ່າງ​ກໍ​ເປັນ​ເລື່ອງ​ທີ່ຫຼີກລ່ຽງບໍ່​ໄດ້ ຈຶ່ງ​ຫວັງ​ວ່າ​ອາ​ເມ​ລິ​ກາ​ຈະ​ໄປ​ທິດ​ທາງ​ດຽວ​ກັນ​ກັບ​ຈີນ ​ແລະ ​ໃຊ້​ທ່າ​ທີ​ທີ່​ຕິດ​ແທດ​ຕົວ​ຈິງ ​ແລະ​ມີ​ສະຕິ ​ເຊິ່ງຈະ​ເປັນ​ຜົນ​ດີທີ່​ສຸດ​ຕໍ່​ການ​ຮັກສາ​ກົດ​ລະບຽບ​ການ​ຄ້າຫຼາຍຝ່າຍ ​ແລະ ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ ​ແລະ​ຕໍ່​ໂລກ.

ທ່ານ​ໄດ​ເນັສ ​ແລະ​ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ​ທ່ານ​ອື່ນໆ ຕ່າງ​ກໍ​ກ່າວ​ວ່າ: ສາຍ​ພົວພັນ​ອາ​ເມ​ລິ​ກາ-ຈີນ​ແມ່ນ​ໜຶ່ງ​ໃນ​ສາຍ​ພົວພັນ​ສອງ​ຝ່າຍ​ທີ່​ສຳຄັນ​ທີ່​ສຸດ​ໃນ​ໂລກ ສອງ​ປະ​ເທດ​ບໍ່​ມີ​ເຫດຜົນ​​ໃດໆ ທີ່​ຈະເກີດ​ການ​ປະ​ທະ​ກັນ. ລັດຖະສະພາອາ​ເມ​ລິ​ກາ​ຍິນ​ດີ​ຊຸກຍູ້​ໃຫ້​ແກ້​ໄຂຄວາມ​ຂັດ​ແຍ້​ງທາງ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ດ້ວຍ​ວິທີ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ເຮັດ​ໃຫ້ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ​ສອງ​ຊາດ​ຢ່າງ​ຕໍ່​ເນື່ອງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ