ວັນທີ 27 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດເປັນເອກະພາບກັນເຫັນດີກັບມະຕິເລກທີ 2408 ກ່ຽວກັບການແກ່ຍາວອາຍຸຕຳແໜ່ງຄະນະຊ່ວຍເຫຼືອຂອງອົງການສະຫະປະຊາຊາດປະຈຳໂຊມາລີ, ຕົກລົງແກ່ຍາວອາຍຸຕຳແໜ່ງຂອງຄະນະດັ່ງກ່າວຮອດວັນທີ 31 ມີນາປີ 2019.
ມະຕິດັ່ງກ່າວໄດ້ຍ້ອງຍໍຄະນະຊ່ວຍເຫຼືອທີ່ໄດ້ເສີມຂະຫຍາຍບົດບາດດ້ານການສະໜັບສະໜູນໂຊມາລີບັນລຸສັນຕິພາບແລະປອງດອງກັນ, ແກ້ໄຂການປະທະກັນ, ຈັດການເລືອກຕັ້ງແລະອື່ນໆ, ນອກນີ້ມະຕິດັ່ງກ່າວໄດ້ຢ້ຳວ່າຈະເຄົາລົບນັບຖືອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ເອກະລາດດ້ານການເມືອງແລະສັນຕິພາບຂອງໂຊມາລີ, ທັງໄດ້ເນັ້ນຄວາມສຳຄັນທີ່ສະກັດກັ້ນບໍ່ໃຫ້ປັດໄຈບໍ່ໝັ້ນທ່ຽງຍ້ອນວິກິດການແລະຄວາມຂັດແຍ້ງໃນພາກພື້ນກະທົບເຖິງໂຊມາລີ.
ຕາມມະຕິເລກທີ 2102 ຂອງສະພາຄວາມໝັ້ນຄົງ, ຄະນະຊ່ວຍເຫຼືອໂຊມາລີຂອງອົງການສະຫະປະຊາຊາດໄດ້ສ້າງຕັ້ງຂຶ້ນເມື່ອເດືອນມິຖຸນາປີ 2013.