ສຳ​ຜັດ​ກັບ​ປະ​ເພ​ນີ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຢູ່​ຖະ​ໜົນ​ເກົ່າທີ່​ມີ​ອາ​ຄານ​ເກົ່າ​ແກ່​ທີ່​ມີ​ລະ​ບຽງ​ທາ​ງ​ຍ່າງ
2018-03-28 16:25:22  cri 

ຖະ​ໜົນ​​ເກົ່າ​ທີ່​ມີ​​ອາ​ຄານ​ເກົ່າ​ແກ່​ທີ່​ມີ​ລະ​ບຽງ​ທາງ​ຍ່າງ​ເມືອງ​ໄຫ​ໂຂວ​ແຂວງ​ໄຫ​ຫຼຳ​ຂອງ​ຈີນ​ແມ່ນ​ຖະ​ໜົມ​ທີ່​ມີ​ອາ​ຄານ​ເກົ່າ​ຕັ້ງ​ຢູ່​ທັງ​ສອງ​ຂ້າງ, ທ່າງ​ທີ່​ເກົ່າ​ທ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ແລະ​ຮັກ​ສາ​ເປັນ​ຢ່າງ​ດີ​ຂອງ​ຈີນ​.

​ກາ​ນ​ພັດ​ທະ​ນາ​ຂອງ​ຖະ​ໜົນ​ເຂດ​ນີ້​ກຳ​ເນີດ​ຈາມການ​ຄ້າ​ແລະ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ໃນ​ສະ​ໄໝ​ທ້າຍ​ລາ​ຊະ​ວົງ​ຊິງ, ເມືອງ​ໄຫ​ໂຂວ​ແມ່ນໜຶ່ງ​ໃນ​ດ່ານ​​ຂອງ​ຈີນ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ, ເສັ້ນ​ທາງ​ເດີນ​ເຮືອ​ສາ​ມາດ​ໄປ​ເຖິງ​ບາງກອກ, ກົວ​ລາ​ລຳ​ເປີ, ສິງ​ກະ​ໂປ, ໂຮ​ຈີ​ມິງ, ໄຫ​ຟັງ​ແລະ​ອື່ນໆ. ສະ​ນັ້ນ, ພໍ່​ຄ້າ​ແລະ​ແຮງ​ງານ​ທີ່​ໄປ​ມາ​ຢູ່​ລະ​ຫວ່າງ​ເຂດ​ແຄມ​ທະ​ເລ​ຂອງ​ຈີນ​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ກາຍ​ເປັນ​ຜູ້​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ເຂົາ​ເຈົ້າ​ໄດ້​​ຮູບ​ແບບ​ອາ​ຄານ​ຕ່າງໆ​ມາ​ສ້າງ​ຢູ່​ເມືອງ​ໄຫ​ໂຂວ, ເຮັດ​ໃຫ້​ຖະ​ໜົນ​ເກົ່າ​ແກ່​ດັ່ງ​ກ່າວ​ກາຍ​ເປັນ​ຖະ​ໜົນ​ທີ່​ມີ​ວັດ​ທະ​ນະ​ທຳ​ອາ​ຊີ​ແລະ​ເອີ​ລົບ​ປະ​ສົມ​ກັນ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ