ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ກິມ​ເຈິງ​ອຸນ
2018-03-28 12:08:33  cri 


(ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ ແຫ່ງ ສ​ປ ຈີນ, ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ​ເກົາຫຼີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ກິດ ສ​ປ​ປ ເກົາຫຼີ​ໄດ້​ຢ້ຽມ​ຢາມ​ຈີນ​ບໍ່​ເປັນ​ທາງ​ການ ແຕ່​ວັນ​ທີ 25 ຫາ 28 ມີ​ນາ​ນີ້.ກ່ອນ​ພົ​ບ​ປະ​ກັນ, ທ່ານ​ສີ​ຈີ້ນ​ຜິງ​ໄດ້​ຈັດ​ພິ​ທີ​ຕ້ອນ​ຮັບ​ທ່ານ​ກິມ​ເຈິງ​ອຸນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ)



ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ ແຫ່ງ ສ​ປ ຈີນ, ທ່ານ​ກິມ​ເຈິງ​ອຸນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ​ເກົາຫຼີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ລັດ​ຖະ​ກິດ ສ​ປ​ປ ເກົາຫຼີ​ໄດ້​ຢ້ຽມ​ຢາມ​ຈີນ​ບໍ່​ເປັນ​ທາງ​ການ ແຕ່​ວັນ​ທີ 25 ຫາ 28 ມີ​ນາ​ນີ້.

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ສີ​ຈິ້​ນ​ຜິງ ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ກິມ​ເຈິງ​ອຸນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ດ້ວຍ​ທ່ານ​ນາງ​ເຜິງ​ລີ້ຢວນ ​ພັນ​ລະ​ຍາ​ໄດ້​ຈັດ​ງານ​ລ້ຽງ​ຕ້ອ​ນ​ຮັບ​ທ່ານ​ກິມ​ເຈິງ​ອຸນ​ພ້ອມ​ທ່ານນ​ນາງ​ລີ​ຊົນ​ຈູ​ພັນ​ລະ​ຍາ ແລະ ​ຊົມ​ການ​ສະ​ແດງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ຮ່ວມ​ກັນ.

ທ່ານຫຼີ​ເຄີ້​ສຽງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ​ ສ​ປ ຈີນ, ທ່ານ​ຫວາງ​ຮູ້​ໜິງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ ເລ​ຂາ​ທິ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ ແລະ ທ່ານ​ຫວາງ​ສີ​ຊານ ຮອງ​ປະ​ທານ​ປະ​ເທດ​ຈີນ​ຕ່າງ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວ​ຂ້ອງ.

ໃນ​ໄລ​ຍະພົບ​ປະ​ເຈ​ລະ​ຈາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຕາງ​ໜ້າ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ສະ​ແດງ​ຄວາມ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຕໍ່​ທ່ານ​ກິມ​ເຈິງ​ອຸນ​ທີ່​ໄດ້​ມາ​ຢ້ຽມ​ຢາມ​ຈີນ​ເປັນ​ຄັ້ງ​ທຳ​ອິດ ໂດຍ​ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ທ່ານ​ທີ່​ໄດ້​ສົ່ງ​ໂທ​ລະ​ເລກ​​ມາ​ຍັງ​ຂ້າ​ພະ​ເຈົ້າ ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພກກອມ​ມູ​ນິດ​ຈີນ ເພື່ອ​ຊົມ​ເຊີຍ​ຂ້າ​ພະ​ເຈົ້າ​ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ພັກອີກວາ​ລະ​ໜຶ່ງ ແລະ ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ກໍ​ໄດ້ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ໃນ​ເວ​ລາ​ ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ ແຫ່ງ ສ​ປ ຈີນ ແລະ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ອີ​ກວາ​ລະ​ໜຶ່ງ. ການ​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ຈີນ​ຄັ້ງ​ນີ້​ເປັນ​ໂອ​ກາດ​ພິ​ເສດ ແລະ ມີ​ຄວາມ​ໝາຍ​ສຳ​ຄັນ ເຊິ່ງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນວ່າ​ສະ​ຫາຍ ແລະ ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ​ເກົາຫຼີ​ໄດ້​ເອົາ​ໃຈ​ໃສ່​​ເປັນ​ຢ່າງສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ ແລະ ສອງ​ລັດ ສ​ປ ​ຈີນ- ສ​ປ​ປ ເກົາຫຼີ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ຢ້ຽມ​ຢາມ​ຄັ້ງ​ນີ້ຢ່າງ​ສຸດ​ອົກ​ສຸດ​ໃຈ.

ທ່ານກິມ​ເຈິ​ງອຸນ ກ່າວ​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຈີນ​ມີ​ເຫດການ​ສຳຄັນ​ທີ່​ເປັນເລື່ອງ​ດີຫຼາຍ​ເທື່ອ ​ປີຜ່ານມາ, ພັກ​ກອມ​ມູນິດ​ຈີນ​ໄດ້​ໄຂ​ກອງ​ປະຊຸມ​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ​ແລະ​ໄດ້​ຮັບ​ຜົນສຳ​ເລັດຢ່າງຈົບງາມ ​ແລະ ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ໄດ້​ໄຂ​ກອງ​ປະຊຸມ​ສອງ​ສະພາ​ຢ່າງ​ປະສົບ​ຜົນສຳ​ເລັດ ​​ສະຫາຍສີ​ຈິ້ນ​ຜິ​ງ ກາຍ​ເປັນ​ແກນ​ນຳ​ທີ່​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ທົ່ວ​ພັກ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ ທັງ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ, ປະທານ​ຄະນະ​ກຳມະການ​ການ​ທະຫານ​ສູນ​ກາງ​ຈີນ​ອີກ​ວາລະ​ໜຶ່ງ ​ແລະ​ຕາມ​ມູນ​ເຊື້ອ​ໄມຕີ​ຈິດ​ມິດຕະພາບ​ລະຫວ່າງ ສປປ ​ເກົາຫຼີ-ຈີນ​ແລ້ວ, ຂ້າພະ​ເຈົ້າຄວນ​ເດີນທາງ​ໄປ​ຈີນ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ແບບ​ເຊິ່ງໜ້າ. ປັດຈຸບັນ, ສະຖານະ​ການ​ແຫຼມ​ເກົາຫຼີ​ໄດ້​ຄືບ​ໜ້າ​ຢ່າງ​ວ່ອງ​ໄວ ​ແລະ ມີ​ການ​ປ່ຽນ​ແປງ​ສຳຄັນ​ຢ່າງຫຼວງຫຼາຍ ​ແລະ​ເມື່ອ​ເວົ້າຈາກນ້ຳ​ໃຈ​ມິດຕະພາບ, ສິນ​ທຳ ​ແລະ​ຄວາມ​ຍຸດຕິ​ທຳ​ແລ້ວ ຂ້າພະ​ເຈົ້າກໍ​ຄວນ​ແຈ້ງ​ໃຫ້​ສະຫາຍ​ເລຂາທິການ​ໃຫຍ່​ສີ​ຈິ້ນ​ຜິ​ງ ​​​ຊາບ​ແບບ​ເຊິ່ງໜ້າ​ຢ່າງ​ທັນ​ການ.

ທ່ານ​ສີ​ຈິ້ນ​ຜິ​ງ ຊີ້​ວ່າ: ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ຈີນ-ສປປ ​ເກົາຫຼີ ​​ໄດ້​ກໍ່ສ້າງ ​ແລະ ຕັ້ງ​ໃຈ​ບົ່ມ​ເພາະ​ໂດຍ​ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ສອງ​ພັກ-ສອງ​ລັດ ​ແມ່ນ​ຊັບ​ສິນ​ອັນ​ລ້ຳ​ຄ່າ​ຮ່ວມ​ຂອງ​ສອງ​ຝ່າຍ. ​ໃນ​ສະ​ໄໝ​ນັ້ນ, ຜູ້ນຳ​ຮຸ່ນ​ກ່ອນ​ຂອງ​ພວກ​ເຮົາ​ທີ່ມີ​ອຸດົມ​ຄະຕິ​ຮ່ວມ ​ແລະມິດຕະພາບ​ປະຕິວັດ​ອັນ​ເລິກ​ເຊິ່ງ ສອງ​ຝ່າຍ​ໄວ້​ເນື້ອ​ເຊື່ອ​ໃຈ​ ​ແລະ​ສະໜັບສະໜູນເຊິ່ງກັນ​ແລະ​ກັນ ​​ເຊິ່ງ​ໄດ້ຂຽນ​ເລື່ອງ​ທີ່​ດີງາມ​ໃນ​ປະຫວັດການ​ພົວພັນສາກົນ ຈາກ​ນັ້ນ, ຜູ້ນຳຫຼາຍຮຸ່ນ​ຂອງ​ສອງ​ປະ​ເທດ​ກໍ​ໄດ້​ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ສະໜິດແໜ້ນ​​ໂດຍ​ຕະຫຼອດ ​​ເຊິ່ງໄປມາຫາສູ່​ກັນ​ເລື້ອຍໆ​ເໝືອນ​ດັ່ງ​ຍາດຕິ​ພີ່ນ້ອງ. ​ການ​ປະຕິບັດ​ຕົວ​ຈິງທີ່​ເປັນ​ໄລຍະ​ຍາວ​ຜ່ານ​ມາ, ສອງ​ພັກ​ແລະ​ສອງ​ລັດ ​ໄດ້​ສະໜັບສະໜູນ​​ແລະ​ປະສານ​ສົມທົບກັນ ​ແລະ​ໄດ້​ປະກອບສ່ວນອັນ​ສຳຄັນ​ຕໍ່​ການ​ພັດທະນາພາລະກິດສັງຄົມ​ນິຍົມ. ຂ້າພະ​ເຈົ້າ ​ແລະ ສະຫາຍປະທານຄະນະ​ກຳມະການ​ສູນ​ກາງພັກກິມ​ເຈິ​ງອຸນ ຕ່າງ​ກໍ​ເປັນ​ຜູ້​ປະສົບ ​ແລະ ​ເປັນ​ພິຍານ​ຕໍ່​ການ​ພັດທະນາ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ພວກ​ເຮົາ​ຕ່າງ​ກໍ​ໄດ້​ຢືນຢັນຫຼາຍ​ເທື່ອ​​ແລ້ວວ່າ ຈະ​ຕ້ອງ​ສືບ​ທອດ​ໄມຕີ​ຈິດ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຕໍ່ໆ​ກັນ​ໄປ ​ແລະ ​ໃຫ້​ມີ​ການ​ພັດທະນາ​ດີ​ຍິ່ງ​ຂຶ້ນ ​ນີ້​ເປັນ​ທາງ​ເລືອກ​ດ້ານຍຸດ​ທະ​ສາດຂອງ​ສອງ​ຝ່າຍ ບົນ​ພື້ນຖານ​ປະຫວັດສາດ ​ແລະ ສະພາບ​ຄວາມ​ເປັນ​ຈິງ ທັງ​ຍຶດໝັ້ນໃນ​ສະຖານະ​ການ​​ສາກົນ​ໃນພາກ​ພື້ນ ​ແລະ​ສະພາບທັງ​ປວງ​ຂອງ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ​ກໍ​ເປັນ​ທາງ​ເລືອກ​ທີ່​ຖືກຕ້ອງ​ພຽງ​ໜຶ່ງ​ດຽວ ​ເຊິ່ງບໍ່ຄວນ ​ແລະ​ກໍ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໄປ​ຕາມ​ເຫດການ​ໃດ​ໜຶ່ງ​ທີ່​ເກີດ​ຂຶ້ນຊົ່ວຄາວ.
 
ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ພັກ​ແລະ​ລັດ​ຖະ​ບານ​ຈີນ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ສປ​ປ ເກົາ​ຫຼີ, ຮັກ​ສາ, ປັບ​ປຸງ​ແລະ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ​ແມ່ນ​ທິດ​ທາງ​ທີ່​ພັກ​ແລະ​ເສີມລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ຢ່າງ​ເດັດ​ດ່ຽວ​ແລະ​ບໍ່​ມີ​ການ​ປ່ຽນ​ແປງ. ຈີນ​ຍິນ​ດີ​ຮ່ວມ​ກັບ​ສະ​ຫາຍ​ ສ​ປ​ປ ເກົາ​ຫຼີ, ​ບໍ່ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ, ຮ່ວມ​ກັນ​ກ້າວ​ໄປ​ໜ້າ, ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ​ແລະ​ ສ​ປ​ປ ເກົາ​ຫຼີ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​​ປອດ​ໃສເປັນ​ໄລ​ຍະ​ຍາວ​ນານ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​​ຊາດ, ​ປະ​ກອບ​ສ່ວນ​ໃໝ່​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ. ໜຶ່ງ​, ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ແລະ​ຊຸກ​ຍູ້​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ການ​ໄປ​ມາ​ຫາ​ສູ່​ກັນຂອງ​ການ​ນຳ. ການ​ໄປ​ມາ​ຫາ​ສູ່​ກັນ​ໃນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ແລະ​ຊຸກ​ຍູ້​ທີ່​ສຳ​ຄັນ​ທີ່​ສຸດ​ຕະ​ຫຼອດ​ມາ​ໃນ​ການ​​ເສີມຂະ​ຫຍາຍ​ສາຍ​ພົວ​ພັ​ນ​ລະ​ຫວ່າງ​ຈີນ​ແລະ​ ສ​ປ​ປ ເກົາ​ຫຼີ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ຂ້າ​ພະ​ເຈົ້າ​ຍິນ​ດີ​ຮັກ​ສາ​ການ​ພົວ​ພັນ​ເປັນ​ປະ​ຈຳ​ດ້ວຍ​ຮູບ​ການ​ຕ່າງໆ​ເຊັ່ນ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ, ແຕ່ງ​ຕັ້ງ​ທູດ​ພິ​ເສດ​ເຊິ່ງ​ກັນ​ແລະ​ກັນ, ສົ່ງ​ໂທ​ລະ​ເລກ​ແລະ​ຈົດ​ໝາຍ​ເຊິ່ງ​ກັນ​ແລະ​ອື່ນໆ.  ສອງ, ນຳ​ໃຊ້​ວິ​ທີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ທີ່​ມີ​ມູນ​ເຊື້ອ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຫຼາຍ​ທີ່​ສຸດ. ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ຕ່າງໆ​ເປັນ​ປະ​ຈຳ​ເຊິ່ງ​ເປັນມູນ​ເຊື້ອ​ທີ່ມີ​ກຽດສະ​ຫງ່າ​​ຂອງ​ພັກ​ທັງ​ສອງ​ປະ​ເທດ. ຄວນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ສອງ​ພັກ, ຊຸກ​ຍູ້​ການ​ແລກ​ປ່ຽນ​ຮ່ວມ​ມືໃນ​ຂົງ​ເຂດ​ຕ່າງໆ​, ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ. ສາມ, ​ຕັ້ງ​ໜ້າ​ສົ່ງ​ເສີມສັນ​ຕິ​ພາບ​ແລະ​ການ​ພັ​ດ​ທະ​ນາ. ປັດ​ຈຸ​ບັນ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກໃໝ່, ການ​ກໍ່​ສ້າງ​ສັງ​ຄົມ​ນິ​ຍົມ​ຂອງ ສ​ປ​ປ ເກົາ​ຫຼີ​ກໍ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ໃໝ່. ຈີນ​ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັບ ສ​ປ​ປ ເກົາ​ຫຼີ, ​ກ້າວ​ໜ້າໄປ​ຕາມ​​ຍຸກ​ສະ​ໄໝ, ​ຊູ​ຄັນ​ທຸງສັນ​ຕິ​ພາບ, ການ​ພັດ​ທະ​ນາ, ການ​ຮ່​ວມ​ມືແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປ​ະ​ໂຫຍດ, ເພີ່ມ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ໃຫ້​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ການ​ພັ​ດ​ທະ​ນາ​ຂອງ​ພາກ​ພື້ນ. ສີ່​, ຮັດ​ແໜ້ນພື້ນ​ຖານ​ປະ​ຊາ​ຊົນ​​ມະ​ຕິ​ຂອງ​ມິດ​ຕະ​ພາບສອງ​ປະ​ເທດ​ໃຫ້​. ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​​ແລກ​ປ່ຽນ​ແລະການ​ໄປ​ມາ​ຫາ​ສູ່​​ກັນລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ດ້ວຍ​ຮູບ​ການ​ຕ່າງໆ, ປັບ​ປຸງ​ພື້ນ​ຖານ​ປະ​ຊາ​ຊົນ​​ມະ​ຕິ​ຂອງ​ມິດ​ຕະ​ພາບສອງ​ປະ​ເທດ​ໃຫ້​ໝັ້ນ​ທ່ຽງ, ໂດຍ​ສະ​ເພາະ​ແມ່ນ​ເພີ່​ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​​ຂອງ​ສອງ​ປະ​ເທດ, ສືບ​ທອດ​ແລະເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ສ​ປ​ປ​ ເກົາ​ຫຼີ​ທີ່​ມີ​ມູນ​ເຊື້ອ​ດີ​ງາມ​ໃຫ້​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ທ່ານ​ກິມ​ເຈິງ​ອຸນ​ກ່າວ​ວ່າ, ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ປະ​ກອບ​ຄຳ​ເຫັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ມິດ​ຕະ​ພາບ​ລະ​ຫວ່າງ​ສ​ປ​ປ​ເກົ​າຫຼີ ກັບ​ຈີນ ແລະ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ ສອງ​ລັດ​ຂອງ​ສ​ປ​ປ​ເກົາຫຼີ​ ກັບ​ຈີນ, ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ສຶກ​​ມີ​ກຳ​ລັງ​ໃຈ ແລະ​ແຮງ​ບັນ​ດານ​ໃຈ​ຢ່າງຫຼວງຫຼາຍ. ​ມິດ​ຕະ​ພາບ​ສອງ​ປະ​ເທດ​ທີ່ຜູ້​ນຳ​ຮຸ່ນ​ເກົ່າ​ສອງ​ຝ່າຍຮ່ວມ​ກັນ​ບຳ​ລຸງ​ກໍ່​ສ້າງ​ຂຶ້ນ​ນັ້ນ​ແມ່ນ​ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ມາ​ກະ​ທົບ​ໄດ້. ການ​ສືບ​ທອດ ແລະ​ເສີມ​ຂະ​ຫຍາຍ​ມິດ​ຕະ​ພາບ​ລະ​ຫວ່າງ​ສ​ປ​ປ​ເກົາຫຼີ​ກັບ​ຈີນ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່, ເປັນ​ທາງ​ເລືອກ​ຍຸດ​ທະ​ສາດ​ຂອງ​ສ​ປ​ປ​ເກົາຫຼີ, ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ພາຍ​ໃຕ້​ສະ​ພາບ​ການ​ໃດໆ. ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້, ຫວັງ​ວ່າ​ການ​ພົບ​ປະ​ກັບ​ສະ​ຫາຍ​ຈີນ​ຈະເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ແລະ​ເພີ່ມ​ພູມ​ຄູນ​ສ້າງ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ. ຫວັງ​ວ່າ​ໃນ​ຕໍ່​ໜ້າ​ນີ້​ຈະ​ມີ​ໂອ​ກາດ​ພົບ​ປະ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ເລື້ອຍໆ, ແລະ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ ໂດຍ​ການ​ສົ່ງ​ທູດ​ພິ​ເສດ, ສົ່ງ​ຈົດ​ໝາຍຫາກັນ​ແລະ​ຮູບ​ການ​ອື່ນໆ, ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງ​ການ​ພົບ​ປະ​ລະ​ຫວ່າງກ​ານນຳ​ຂັ້ນ​ສູງ​ຕໍ່​ສາຍ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ນັ້ນ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ສອງ​ຝ່າຍ​ໄດ້​ແຈ້ງ​ສະ​ພາບ​ການ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ໃຫ້​ກັນ​ຊາ​ບ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ນົດ​ແຜນ​ແມ່​ບົດ​ອັນ​ຍິ່ງ​ໃຫຍ່​ທີ່​ສ້າງ​ສາ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ເຂັ້ມ​ແຂງ​ຢ່າງ​ຮອບ​ດ້ານ, ຮອດ​ປີ 2020 ຈະ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ຮອດ​ປີ 2035 ຈະ​ບັນ​ລຸ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ, ຮອດ​ກາງ​ສະ​ຕະ​ວັດ​ນີ້​ຈະ​ສ້າງ​ປະ​ເທດ​ຈີນ​ໃຫ້​ເປັນ​ປະ​ເທດດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​​ເຂັ້ມ​ແຂງ​ທີ່​ຮັ່ງ​ມີ ປະ​ຊາ​ທິ​ປະ​ໄຕ ສິ​ວິ​ໄລ ກົມ​ກຽວປອງດອງ ແລະ​ສວຍ​ງາມ. ພັກ​ເຮົາ​ຈະ​ນຳ​ພາ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ບາກ​ບັ່ນ​ສູ້​ຊົນ​ຢ່າງ​ກ້າ​ຫານ, ແລະ​ເຮັດ​ວຽກຢ່າງ​ດຸ​ໝັ່ນ, ​ສືບ​ຕໍ່ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ບັນ​ລຸ​ຄວາມ​​ຝັນ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊ​າດ​ຈີນ. ພວກ​​ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ, ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະ​ຫາຍ​ປະ​ທານ​ໄດ້​ນຳ​ພາ​ພັກ ແລະ​ປະ​ຊາ​ຊົນ​ສ​ປ​ປ​ເກົາຫຼີ, ນຳ​ໃຊ້​ມາດ​ຕະ​ການ​ທີ່​ຕັ້ງ​ໜ້າ​ຕ່າງໆ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ, ແລະ​ໄດ້​ຮັບ​ໝາກ​ຜົນ​ຢ່າງຫຼວງຫຼາຍ. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ສ​ປ​ປ​ເກົາຫຼີ​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ​ພັດ​ທະ​ນາ, ປະ​ຊາ​ຊົນ​ມີ​ຄວາມ​ຜາ​ສຸກ, ສະ​ໜັບ​ສະ​ໜູນ​ພັກ​ແຮ​ງ​ງານ​ເກົາຫຼີ​ທີ່​ມີ​ສະ​ຫາຍ​ເປັນ​ປະ​ທານ​ນັ້ນ​ນຳ​ພາ​ປະ​ຊາ​ຊົນ​ສ​ປ​ປ​ເກົາຫຼີ​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ, ທັງ​ສະ​ໜັບ​ສະ​ໜູນ​​ຄວາມ​ພະ​ຍາ​ຍາມ​ຂອງສະ​ຫາຍ​ສ​ປ​ປ​ເກົາຫຼີ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ເທື່ອ​ລະ​ກ້າວ.

ທ່ານ​ກິມ​ເຈິງ​ອຸນກ່າວ​ວ່າ, ນັບ​ແຕ່​ໄດ້​ໄຂ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີຈິ້ນ​ຜິງ​ເປັນ​ແກນ​ນຳ​ນັ້ນ​ໄດ້​ເສີມ​ຂະ​ຫຍາຍ​ຄວາມ​ອາດ​ຫານ​ດ້ານ​ການ​ເມືອງຢ່າງມະ​ຫາ​ສານ​ແລະ​ມີ​ທ່າ​ທີ​ຮັບ​ຜິດ​ຊອບ​ຢ່າງ​ສູງ, ໄດ້​ສະ​ເໜີ​ແນວ​ຄິດ​ໃໝ່ ແລະ​ທັດ​ສະ​ນະ​ໃໝ່​ອອກ​ມາ ທັງ​ໄດ້​ຜັນ​ຂະ​ຫຍາຍ​ຕົວ​ຈິງ, ອັນ​ໄດ້​ແກ້​ໄຂ​ບັນ​ຫາ​ຍາກ ແລະ​ບັນ​ຫາ​ໃຫຍ່​ຈຳ​ນວນ​ຫຼວງ​ຫຼາຍ​ທີ່​ຊຳ​ເຮື້ອ​ມາ​ເປັນ​ເວ​ລາດົນ​ນານ, ໄດ້​ຢັ້ງ​ຢັນ​ຢ່າງ​ເຕັມ​ສ່ວນ​ວ່າ​ເສັ້ນ​ທາງ​ຂອງ​ພັກ​ຈີນ​ແມ່ນ​ເສັ້ນ​ທາງ​ຖືກ​ຕ້ອງ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ແຫ່ງ​ຊາດ​ຈີນ, ໂດຍ​ສະ​ເພາະ​ແມ່ນ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ໄດ້​ສະ​ເໜີ​ອອກວ່າ​ຕ້ອງ​ຄຸ້ມ​ຄອງ​ພັກ, ​ແລະ​ຄຸ້ມ​ຄອງຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ອັນ​ໄດ້​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພັກ​ຢ່າງ​ແຂງ​ແຮງ, ບັນ​ລຸ​ໃຫ້​ພັກ​ນຳ​ພາ​ວຽກ​ງານ​ທຸກ​ດ້ານ​ຢ່າງ​ຮອບ​ດ້ານ. ໃນ​ສະ​ເພາະ​ໜ້ານີ້ ພັກ​ພວກ​ເຮົາ​ກໍ​ພວມ​ເພີ່ມ​ທະ​ວີ​ການຕໍ່​ສູ້​ກັບ​ການ​ກະ​ທຳ​ທີ່ອວດ​ອິດ​ທິ​ພົນ ອາດ​ຍະ​ສິດ ແລະ​ສໍ້​ລາດ​ບັງ​ຫຼວງເຊັ່ນ​ກັນ. ຂໍ​ອວຍ​ພອນ​ຢ່າງ​ຈິງ​ໃຈ​ໃຫ້​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ຍິ່ງ​ໃຫຍ່​ອັນ​ໃໝ່​ເລື້​ອຍໆ​ໃນ​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ​ແລະ​ສ້າງ​ສ້າ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທັນ​ສະ​ໄໝ​ທີ່​ເຂັ້ມ​ແຂງ.

ການ​ນຳ​ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄຳ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ແຕ່​ປີນີ້​​ເປັນ​ຕົ້ນມາ, ສະ​ຖາ​ນະ​ການ​ແຫຼມ​ເກົ​າ​ຫຼີ່​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ. ສ​ປ​ປ ເກົາ​ຫຼີ​ໄດ້​ທຳ​ຄວາມ​ພະ​ຍະ​ຍາມ​ຢ່າງ​ສຳ​ຄັນ, ​ພວກ​​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ. ກ່ຽວ​ກັບ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ພວກ​ຂ້າ​ພະ​ເຈົ້າ​ຍຶດ​ໝັ້ນ​ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ປອດ​ນິວ​ເຄ​ລຍ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ, ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ກັນ. ພວກ​ຂ້າ​ພະ​ເຈົ້າຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ສະ​ໜັບ​ສະ​ໜຸນ​ໃຫ້​ສອງ​ຝ່າຍ​ເໜືອ​ໃຕ້​ຢູ່​ແຫຼມ​ເກົາ​ຫຼີ​ປັບ​ປຸງ​ການ​ພົວ​ພັນ​ໃຫ້​ດີ​ຂຶ້ນ, ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ແທ້​ຈິງ​ໃນ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ. ຈີນ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ບັນ​ຫາ​ແຫຼມ​ເກົາ​ຫຼີ, ຮ່ວມ​ມືກັບ​ຝ່າຍ​ຕ່າງໆ​ ເຊິ່ງ​ລວມ​ທັງ ສ​ປ​ປ ເກົ​າ​ຫຼີ​ທຳ​ຄວາມ​ພະ​ຍາ​ຍາມ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຜ່ອນ​ຄາຍ​ລົງ.ທ່ານ​ກິມ​ເຈິງ​ອຸນ​ກ່າວ​ວ່າ, ປັດ​ຈຸ​ບັນ ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ໄດ້​ຂະ​ຫຍາຍ​ຕົວ​ໄປ​ທາງ​ດີ. ພວກ​​ຂ້າ​ພະ​ເຈົ້າໄດ້​ເປັນ​ເຈົ້າ​ການ​ໃຊ້​ມາດ​ຕະ​ຖານ​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ທີ່​ເຄັ່ງ​ຕຶງ, ແລະ​ໄດ້​ສະ​ເໜີ​ໃຫ້​ຈັດ​ການ​ສົນ​ທະ​ນາ​ສັນ​ຕິ​ພາບ. ການ​ສຸມ​ໃສ່​ການ​ບັນ​ລຸ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄ​ລຍ ໂດຍອີງ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ທ່ານ​ປະ​ທານ​ກິມ​ອິນ​ຊຸງ ​ແລະ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ກິມ​ເຈິງ​ອິນ ແມ່ນ​ຫຼັກ​ໝັ້ນ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ທີ່​ບໍ່​ມີ​ການ​ປ່ຽນ​ແປງ​ຕະ​ຫຼອດ​ໄປ.​ພວກ​​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈຫັນ​ປ່ຽນ​ການ​ພົວ​ພັນ​ເໜືອ​ໃຕ້​ໃຫ້​ເປັນ​ການ​ພົວ​ພັນ​ທີ່​ປອງດອງ​ແລະ​ຮ່ວມ​ມື​ກັນ, ຈັດ​ການ​ພົບ​ປະ ສຸດຍອດ​ລະ​ຫວ່າງ​ເໜືອ​ໃຕ້, ຍິນ​ດີ​ສົນ​ທະ​ນາ​ກັບ​ອາ​ເມ​ລິ​ກາ, ແລະ​ຈັດ​ການ​ພົບ​ປະສຸດຍອດ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ-ອາ​ເມ​ລິ​ກາ. ຖ້າ​ວ່າ ເກົາ​ຫຼີ​ໃຕ້ ແລະ​ອາ​ເມ​ລິ​ຕອບຮັບຄວາມ​ພະ​ຍາ​ຍາມ​ຂອງ​ພ​ວກ​ຂ້າ​ພະ​ເຈົ້າາ​ດ້ວຍ​ເຈດ​ຕະ​ນາ​ດີ, ສ້າງ​ບັນ​ຍາ​ກາດ​ທີ່​ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ, ໃຊ້​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ເປັນ​ຂັ້ນ​ຕອນ​ແລະ​ຢູ່​ໃນ​ຈັງ​ຫວະ​ດຽວ​ກັນ​ເພື່ອ​ບັນ​ລຸ​ສັນ​ຕິ​ພາບ, ບັນ​ຫາ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ແມ່ນ​ສາ​ມາດ​ແກ້​ໄຂ​ໄດ້ ເຊິ່ງ​ຢູ່​ໃນ​ຕະ​ຫຼອດ​ຂະ​ບວນນີ້ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ​ກັບ​ຈີນ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາທ່ວງ​ທ່າ​​ທີ່​ຈະ​ຈັດ​ການ​ປຶກ​ສາ​ຫາ​ລື​ກັນ ຮັກ​ສາສັນ​ຕິ​ພາບ​​ແລະສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ.

ກ່ອນ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ສີ​ຈິ້ນ​ຜິງ ໄດ້​ຈັດ​ພິ​ທີ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ ກິມ​ເຈິງ​ອຸນ ຢູ່​ຫໍ​​ສະ​ພາ​ປະ​ຊາ​ຊົນ.

ຫຼັງ​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ສີ​ຈິ້ນ​ຜິງ ພ້ອມ​ດ້ວຍ​ທ່ານ​ນາງ ເພີງ​ລີ້​ຢ໊ວນ ພັນ​ລະ​ຍາ​ ໄດ້ຈັດ​ງານ​ລ້ຽງ​ຕ້ອນ​ຮັບ​ທ່ານ ກິມ​ເຈິງ​ອຸນ ພ້ອມ​ດ້ວຍ​ທ່ານ​ນາງ ລີ​ຊົນ​ຈູ ພັນ​ລະ​ຍາ​ຂອງ​ທ່ານ. ທ່ານ ສີ​ຈິ້ນ​ຜິງ ກ່າວ​ປາ​ໄສ​ໃນ​ງານ​ລ້ຽງ​ດັ່ງ​ກ່າວ​ວ່າ, ເນື່ອງ​ໃນ​ວາ​ລະ​ດິ​ຖີ​ອັນ​ສວຍ​ງາມ​ທີ່​ລະ​ດູ​ບານ​ໃໝ່​ກັບ​ຄືນ​ມາ​ຮອດ ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ຟື້ນ​ຟູ​ຄວາມ​ມີ​ຊີ​ວິດ​ຊີ​ວານີ້, ສະ​ຫາຍ ກິມ​ເຈິງ​ອຸນ ພ້ອມ​ດ້ວຍ​ທ່ານ​ນາງ ລີ​​ຊົນ​ຈູ ໄດ້​ມາ​ຢ້ຽມ​ຢາມ​ຈີນ​ຢ່າງ​ບໍ່​ເປັນ​ທາງ​ການ, ເຊິ່ງ​ມີຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ສອງ​ຝ່າຍ​ໃນ​ການ​ລົງ​ເລິກ​ການ​ແລກ​ປ່ຽນ​ກັນ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັນ ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ, ແລະ​ຈະ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ໃນ​ຍຸກ​ປະ​ຫວັດ​ສາດ​ໃໝ່​, ທັງ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ຕົນ. ເມື່ອກີ້ນີ້, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ ກິມ​ເຈິງ​ອຸນ ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ມີ​ໄມ​ຕີ​ຈິດ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຫັນ​ເປັນ​ເອກ​ະ​ພາບ​ກັນ​ວ່າ, ການ​ສືບ​ທອດ​ແລະ​ເສີ​ມ​ຂະ​ຫຍາຍ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຈີນ-ສ​ປ​ປ​ເກົາຫຼີນັ້ນ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ຝ່າຍ ແລະ​ແມ່ນທາງເລືອກ ​ຍຸດ​ທະ​ສາດ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ. ບໍ່​ວ່າ​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ພາກ​ພື້ນ​ຈະ​ປ່ຽນ​ແປງ​ແນວ​ໃດກໍ​ຕາມ, ສອງ​ຝ່າຍ​ພວກ​ເຮົາ​ລ້ວນ​ແຕ່​ຈະ​ກຳ​ແໜ້ນ​ສະ​ຖາ​ນະ​ການ​ລວມ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ໂລກ ແລະ​ສະ​ພາບ​ລວມ​ຂອງ​ການ​ພົວ​ພັນ​ຈີນ-ສ​ປ​ປ​ເກົາຫຼີ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​​ສູ່ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ລົງ​ເລິກ​ການ​ແລກ​ປ່ຽນ​ທາງ​ຍຸດ​ທະ​ສາດ, ເປີດກວ້າງ​ການ​ຮ່ວມ​ມື​ກັນ, ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົ​ນ​ສອງ​ຊາດ​ແລະ​ບັນ​ດາ​ປະ​ເທດ.

ທ່ານ ກິມ​ເຈິງ​ອຸນ ກ່າວ​ປາ​ໄສວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ສະ​ຖາ​ນະ​ການ​ແຫຼມ​ເກົາຫຼີ​ເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງ, ຂ້າ​ພະ​ເຈົ້າ​ໄດ້​ຢ້ຽມ​ຢາມ​ຈີນ​ເປັນ​ເວ​ລາ​ສັ້ນ​ໂດຍ​ອີງ​ຕາມ​ຄວາມ​ປາ​ຖະ​ໜາ​ອັນ​ດີ​ງາມ​ໃນ​ກາ​ນ​ຊຸກ​ຍູ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ, ສືບ​ທອດ​ແລະ​ຂະ​ຫຍາຍ​ມິດ​ຕະ​ພາບ​ລະ​ຫວ່າງ​ສ​ປ​ປ​ເກົາຫຼີ-ຈີນ. ຂ້າ​ພະ​ເຈົ້າ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເທື່ອ​ທຳ​ອິດ ກໍ​ໄດ້​ຢ້ຽມ​ຢາມ​ຈີນ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ການ​ສື​ບ​ທອດ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສ​ປ​ປ​ເກົາຫຼີ-ຈີນ ທັງ​ທະ​ນຸ​ຖະ​ໜອມ​ມິດ​ຕະ​ພາບ​ສ​ປ​ປ​ເກົາຫຼີ-ຈີນ. ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ກ່ຽວ​ກັບ​ການ​​ເສີມຂະ​ຫຍາຍ​ການ​​ພົວພັນ​ສອງ​ພັກ​ສອງ​ລັດ​ສ​ປ​ປ​ເກົາຫຼີ-ຈີນ, ສະ​ຖາ​ນະ​ການ​ຂອງ​ແຕ່​ລະ​ປະ​ເທດ, ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາ​ຫຼີ ແລະ​ບັນ​ຫາ​ອື່ນໆ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສີ​ຈິ້ນ​ຜິງ ເປັນ​ຄັ້ງ​ທຳ​ອິດ​ໃນ​ລະ​ດູ​ບານ​ໃໝ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ແລະ​ຄວາມ​ຫວັງ​ນັ້ນ ຈະ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ​ແຫ່ງ​ມິດ​ຕະ​ພາບ​ສ​ປ​ປ​ເກົາຫຼີ-ຈີນ ແລະ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ຢ່າງ​ແນ່ນອນ.

ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ ສີ​ຈິ້ນ​ຜິງ ກັບ​ ທ່ານ​ນາງ​ ເ​ຜິງ​ລີ້ຢວນ ພັນ​ລະ​ຍາ ຍັງ​ໄດ້​ຈັດ​ງານ​ລ້ຽງ​ອາ​ຫານ​ທ່ຽງ ເພື່ອ​ເປັນ​ກຽດໃຫ້​ທ່ານກິມ​ເຈິງ​ອຸນ ພ້ອມ​ ທ່ານ​ນາງ ລີ​ຊົນ​ຈູ ພັນ​ລະ​ຍາທີ່​ຫໍ​ຢຽງ​ຢວນ​ຈ່າຍ ຫໍ​ຮັບ​ແຂກ​ເມືອງຕ້ຽວ​ຢີ​ທາຍ. ທ່ານ​ສີ​​ຈິ້ນ​ຜິງ​ກ່າວ​ວ່າ, ຫໍ​ຮັບ​ແຂກ​ເມືອງຕ້ຽວ​ຢີ​ທາຍ ໄດ້ເປັນ​ສັກຂີ​ພິ​ຍານ​ໃຫ້​ແກ່​ການ​ຂະ​ຫຍາຍ​ຕົວ​​ແຫ່ງ​ມິ​ດ​ຕະ​ພາບ​​ທີ່​ມີມູນ​ເຊື້ອ​ລະ​ຫວ່າງ ​ຈີນ ​ກັບ ​ສປປ ​ເກົາ​ຫຼີ, ການ​ພົວ​ພັນ​ສະ​ໜິດ​ສະ​ໜົມ​ກັນ​ລະ​ຫວ່າງ​ຜູ້​ນຳ​ສອງ​ພັກ​ສອງ​ລັດ​ຮຸ່ນ​ເກົ່າ​​ໄດ້ເປັນ​ແບບ​ຢ່າງ​ໃຫ້​ແກ່​ພວກ​ເຮົາ. ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ຕ້ອນ​ຮັບ​ ປະ​ທານທ່ານກິມ​ເຈິງ​ອຸນ ກັບ​ທ່ານ​ນາງ ລີ​ຊົນ​ຈູ ມາ​ຢ້ຽມ​ຢາມ​ຈີນ​ເລື້ອຍໆ.

ທ່ານ ກິມ​ເຈິງ​ອຸນ ກ່າວ​ວ່າ, ມິດ​ຕະ​ພາບ​ລະ​ຫວ່າງ ​ສປປ ​ເກົາ​ຫຼີ ກັບ ຈີນ ລ້ຳ​ຄ່າ​ຫຼາຍ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັນ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ ສີ​ຈິ້ນ​ຜິງ, ເຄົາ​ລົບ​​ແລະ​ປະ​ຕິ​ບັດ​ຕາມແນວ​ຄິດ​ສູງ​ສົ່ງ​ຂອງ​ຜູ້​ນຳ​ຮຸ່ນ​ເກົ່າ, ສືບ​ທອດ​ແລະ​ພັດ​ທະ​ນາ​ການ​ພົວ​ພັນມິດ​ຕະ​ພາບ​ລະ​ຫວ່າງ ສ​ປ​ປ​ ເກົາ​ຫຼີ ກັບ​ຈີນ ທີ່​ໄດ້​ຜ່ານ​ຜ່າ​ຟ້າ​ຝົນ​ລົມ​ແຮງ ແຕ່​ຍັງ​ໄດ້​ຮັກ​ສາທາດ​ແທ້​ຄື​ເກົ່າ, ແລະ​ໄດ້​ຂະ​ຫຍາຍ​ຕົວ​ຮອດ​ລະ​ດັບ​ສູງ​ໃໝ່​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່.

​ໂອ​ກາດ​ນີ້, ທ່ານກິມ​ເຈິງ​ອຸນ ໄດ້​ຊົມງານ​ວາງ​ສະ​ແດງ ໝາກ​ຜົນ​ປະ​ດິດ​ສ້າງ​ໃໝ່​ຂອງ​ສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ຈີນ​ນັບ​ແຕ່​ກອງ​ປະ​ຊຸມໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ ທີ່​ມີ​ຫົວ​ຂໍ້​ວ່າ "ເຄື່ອນ​ໄຫວ​ກ່ອນ​ໝູ່ ບຸກ​ບືນ​ກ້າວ​ໄປ​ໜ້າ". ທ່ານ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ໝາກ​ຜົນ​ທີ່​ຈີນ​ໄດ້​ຮັບ​ໃນ​​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ນິກແລະ​ການ​ປະ​ດິດ​ສ້າງ​ໃໝ່, ແລະ​ໄດ້​ຂຽນ​ຄວາມ​ເຫັນ​ໃຫ້​ງານ​ວາງ​ສະ​ແດງ​ຫຼັງ​ການ​ຊົມ​ເພື່ອ​ໄວ້​ເປັນ​ທີ່​ລະ​ລຶກ.


ໂດຍທ່ານ ຕິ່ງ​ຊຸ່ຍ​ຊຽງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ເລ​ຂາ​ທິ​ການຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຫົວ​ໜ້າ​ຫ້ອງ​ການສູນ​ກາງ​ພັກ​ກອມ​ມູ​ນິດຈີນ, ທ່ານ ຢາງ​ເຈ​ສື ​ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ ໂກ່​ເຊິ່ງ​ຄຸ່ນ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ເລ​ຂາ​ທິ​ການ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ເລ​ຂາ​ຄະ​ນະ​ກຳ​ມະ​ການ​ກົດ​ໝາຍ​ແລະ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ ຫວງ​ຄຸ່ນ​ມິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ອມ​ມູ​ນິດ​ຈີນ, ເລ​ຂາທິ​ການ​ຄະ​ນະ​ເລ​ຂາສູນ​ກາງ​ພັກ,ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ ໄຊ້​ຊີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ເລ​ຂາ​ພັກ​ນະ​ຄອນ​ຫຼວງປັກ​ກິ່ງ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ຜູ້​ນຳ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ.ທ່ານ ໂຈ​ຢົງ​ແຮ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ​ ສ​ປ​ປ ເກົາ​ຫຼີ ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ແລະ​ຊີ້​ນຳ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫຼີ, ທ່ານ ປັກ​ກວາງ​ໂຮ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ​ ສ​ປ​ປ ເກົາ​ຫຼີ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ລະ​ດົມ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫຼີ , ທ່ານ ລີ​ຊູ​ຢົງ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ແຮງ​ງານ​ ສ​ປ​ປ ເກົາ​ຫຼີ, ຫົວ​ໜ້າ​ຄະ​ນະ​ວຽກ​ງານ​ສາ​ກົນ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫຼີ , ທ່ານ ກິມ​ຢົງ​ໂຈນ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ແຮງ​ງານ​ ສ​ປ​ປ ເກົາ​ຫຼີ, ປະ​ທານ​ແນວ​ໂຮມ​ສູນ​ກາງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫຼີ, ທ່ານ ລີ​ຢົງ​ໂຮ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫຼີ ແລະ​ຜູ້​ນຳ​ທ່ານ​ອື່ນ​ໄດ້ຢ້ຽມ​ຢາມ​ແລະ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ ກິມ​ເຈິງ​ອຸນ.



1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ