ການ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ຟີ​ລິບ​ປິນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ໂດດ​ເດັ່ນ
2018-03-28 14:40:46  cri 
ເຈົ້າ​ໜ້າ​ທີ່​ກົມ​ປາບ​ປາມ​ຢາ​ເສບ​ຕິດ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 27 ມີ​ນາ​ນີ້​ວ່າ, ນັບ​ແຕ່​ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ດຳ​ເນີນ​ການ​ປາບ​ປາມ​ຢາ​ເສບ​ຕິ​ດ​ເປັນ​ເວ​ລາ 1 ປີ​ມາ​ນີ້ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ໂດດ​ເດັ່ນ.

ທ່ານ​ເດ​ຣິກ ກາ​ເຣ​ອອນ ໂຄ​ສົກ​​ກົມ​ປາບ​ປາມ​ຢາ​ເສບ​ຕິດ​ຟີ​ລິບ​ປິນ​ໄດ້​ເປີດ​ເຜີຍ​ຜົນ​ງານ​ການ​ປາບ​ປາມ​ຢາ​ເສບ​ຕິດໃນ​ກອງ​ປະ​ຊຸມ​ຂ່າວ ທີ່​ຈັດ​ຂຶ້ນ​ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໂດຍ​ກ່າວ​ວ່າ, ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ​ປີ 2016 ຫາ ວັນ​ທີ 20 ມີ​ນາ​ປີ 2018, ກົມ​ປາບ​ປາມ​ຢາ​ເສບ​ຕິດ ແລະ ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ອື່ນໆ​ຂອງ​ຟີ​ລິບ​ປິນ​ໄດ້​ດຳ​ເນີນ​ການ​ປາບ​ປາມ​ຢາ​ເສບ​ຕິດ 9 ໝື່ນກວ່າ​ເທື່ອ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ແລະ ມີ​ຜູ້​ຕ້ອງ​ຫາ​ກ່ຽວ​ພັນ​ກັບ​ຢາ​ເສບ​ຕິດ 1 ແສນ 2 ໝື່ນກວ່າ​ຄົນ​ຖືກ​ຈັບ​ຕົວ ເຊິ່ງ​ລວມ​ທັງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ 469 ຄົນ. ນອກ​ນີ້, ຍັງ​ໄດ້​ສັ່ງ​ປິດ​ສະ​ຖານ​ທີ່​ຜະ​ລິດ​ຢາ​ເສບ​ຕິດ 189 ແຫ່ງ ແລະ ຍຶດ​​ຢາ​ເສບ​ຕິດໄດ້ປະ​ມານ 2620 ກິ​ໂລ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ