ເມືອງຫຼິນ​ເຈີ​ແຂວງ​ກ່ານ​ຊູ້​ປູກ​ຕົ້ນ​ໄມ້​ປ້ອງ​ກັນ​ຂີ້​ຊາຍ
2018-03-28 14:50:26  cri 

ວັນ​ທີ 27 ມີ​ນາ​ນີ້, ​​ປະ​ຊາ​ຊົນທັ​ງຫຼາຍ​ໄດ້​ເອົາ​ເຟືອງ​ເຂົ້າ​ເບຼມາ​ສ້າງ​​ເປັນ​ກຳ​ແພງ​ກັນ​ຂີ້​ຊາຍຢູ່​ເຂດ​ດິນ​ຮົກ​ເຮື້ອ​ແຫ້ງ​ແລ້ງ​ທາງ​ພາກ​ເໜືອ​ເມືອງຫຼິນ​ເຈີ​ແຂວງ​ກ່ານ​ຊູ້ ສ​ປ​ ຈີນ. ເມືອງຫຼິນ​ເຈີ​ຕັ້ງ​ຢູ່​ໃກ້​ທະ​ເລ​ຊາຍ, ທະ​ເລ​ຊາຍ​ ແລະ ດິນ​ຮົກ​ເຮື້ອ​ໄດ້​ກວມ​ 2 ສ່ວນ 3 ​ໃນເນື້ອ​ທີ່​ທັງ​ໝົດ​ຂອງ​ເມືອງ. ຫຼາຍ​ປີ​ມໍ່ໆ​ມາ​ນີ້, ເມືອງຫຼິນ​ເຈີ​ໄດ້​ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ​ຂີ້​ຊາຍ​ຢ່າງ​ຕໍ່​ເນື່ອງ ແລະ ສ້າງ​ກຳ​ແພງ​ປ້ອງ​ກັນ​ນິ​ເວດ. ປັດ​ຈຸ​ບັນ, ໄດ້​ປູກ​ຕົ້ນ​ໄມ້​ກັນ​ຂີ້​ຊາຍ​ເກືອບ 2 ໝື່ນ​ເຮັກ​ຕາ ແລະ ຍາວ​ປະ​ມານ 187 ກິ​ໂລ​ແມັດ, ປູກ​ພືດ​ຢູ່​ດິນ​ຮົກ​ເຮືອ​ປະ​ມານ 3 ໝື່ນກວ່າ​ເຮັກ​ຕາ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ