ທ່ານ​ວິນ​ມິ​ນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ
2018-03-28 16:24:40  cri 
ສ​ະ​ພາ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ວັນ​ທີ 28 ມີ​ນາ​ນີ້, ທ່ານ​ວິນ​ມິນ ​ສະ​ມາ​ຊິກອາ​ວຸ​ໂສ​ຈາກ​ພັກ​ສັນ​ນິ​ບາດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ຫຼື NLD​ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ດ້ວຍ​ຄະ​ແນນ​ສຽງ​ສ່ວນຫຼາຍ.

ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ພາບ​ມຽນ​ມາ​ໄດ້​ຈັດ​ກອ​ງ​ປະ​ຊຸມ​ຄົບ​ຄະ​ນະ​ໃນ​ຕອນ​ເຊົ້າ​ມື້​ດຽວ​ກັນ ແລະ ເລືອກ​ຕັ້ງ​ປະ​ທານ​ທິ​ບໍ​ດີ​ຈາກ​ທ່ານ​ວິນ​ມິນ​ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ປະ​ທານ​ທິ​ບໍ​ດີ​ໃນ​ວັນ​ທີ 23, ທ່ານ​ມິນ​ສ​ເວ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ​ໜຶ່ງ ແລະ ທ່ານເຮນ​ຣີ​ວັນ​ຕີ​ຢູ ຮອງປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ​ສອງ.

ໂດຍ​ຜ່ານ​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ, ທ່ານ​ວິນ​ມິນ​ທີ່​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ສະ​ເໜີ​ນັ້ນ​ໄດ້​ຮັບ 403 ຄະ​ແນນ ແລະ ໄດ້​ຮັບຄະ​ແນນ​ສຽງສູງ​ສຸດ. ທ່ານ​ມິນ​ສ​ເວ​ ທີ່​ຄະ​ນະ​ສະ​ມາ​ຊິກ​ຝ່າຍ​ທະ​ຫານ​ສະ​ເໜີ​ໄດ້​ຄະ​ແນນ​ສຽງ​​ເປັນ​ອັນ​ດັບທີ​ສອງ ແລະ ທ່ານເຮນ​ຣີ​ວັນ​ຕີ​ຢູ​ ທີ່​ສະ​ເໜີ​ໂດຍ​ສະ​ພາ​​ແຫ່ງ​ຊາດ​ໄດ້​ຄະ​ແນນ​ສຽງ​ອັນ​ດັບທີ​ສາມ. ​ດັ່ງ​ນັ້ນ, ປະ​ທານ​ສະ​ພາ​ສະ​ຫະ​ພາບ​ມຽນ​ມາ​ຈິ່ງ​ປະ​ກາດ​ວ່າ, ທ່ານ​ວິນ​ມິນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານາ​ທິ​ບໍ​ດີ, ທ່ານ​ມິນ​ສ​ເວ​ເປັນ​ຮອງ​ປະ​ທານ​າທິ​ບໍ​ດີ​ຜູ້​ທີ​ໜຶ່ງ ແລະ ທ່ານ​ເຮນ​ຣີ​ວັນ​ຕີ​ຢູ​ເປັນຮອງ​ປະ​ທານ​າ​ທິ​ບໍ​ດີ​ຜູ້​ທີ​ສອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ