ຣັດ​ເຊຍ​ຈັບ​ພວກກໍ່​ການ​ຮ້າຍ 9 ຄົນ
2018-03-28 16:05:09  cri 
    ວັນ​ທີ 27 ມີ​ນານີ້, ພະ​ແນກ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ເຂດ​ຊາຍ​ແດນ​ຄ​ຣາ​ສ໌​ໂນ​ຢາ​ສ໌​ຄ໌​ເຂດ​ຊີ​ເບ​ຣີ​ຣັດ​ເຊຍ ໄດ້​ທຳ​ລາຍ​ບ່ອນ​ລີ້​ຊ່ອນ​ຂອງ​ກຸ່ມກໍ່​ການ​ຮ້າຍ​ແຫ່ງ​ໜຶ່ງ ແລະ​ສາ​ມາດ​ຈັບ​ພວກກໍ່​ການ​ຮ້າຍ​ໄດ້ 9 ຄົນ.

    ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ສະ​ຫະ​ພັນ​ປະ​ຈຳ​ເຂດ​ຊາຍ​ແດນ​ຄ​ຣາ​ສ໌​ໂນ​ຢາ​ສ໌​ຄ໌​ຂອງ​ຣັດ​ເຊຍ ໄດ້​ອອກ​ແຈ້ງ​ການ​ໃນ​ວັນ​ທີ 27 ມີ​ນານີ້​ວ່າ, ໃນ​ການ​ເຄື່ອນ​ໄຫວ, ເຈົ້າ​ໜ້າ​ທີ່​ໄດ້​ກວດ​ບ່ອນ​ທີ່​ກ່ຽວ​ຂ້ອງ​ກັບ​ພວກກໍ່​ການ​ຮ້າຍ 16 ແຫ່ງ ໂດຍ​ສາ​ມາດກວດຢຶດ​ປຶ້ມ​ສາ​ສະ​ໜາ, ຄູ່​ມື​ສຳ​ລັບ​ການ​ຜະ​ລິດ​ແລະ​ນຳ​ໃຊ້​ລູກ​ລະ​ເບີດ ແລະ​ເຄື່ອງ​ອື່ນໆ​ທີ່​ຖືກ​ເກືອດ​ຫ້າມ, ແລະ​ສາ​ມາດ​ຈັບ​ພວກກໍ່​ການ​ຮ້າຍ​ໄດ້ 9 ຄົນ ໃນ​ນັ້ນ​ລວມ​ທັງຫົວ​ໜ້າ 3 ຄົນ.

    ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ​ກ່າວ​ວ່າ, ກຸ່ມກໍ່​ການ​ຮ້າຍ​ດັ່ງ​ກ່າວ​ມີ​ການ​ພົວ​ພັນ​ກັບ​ກຸ່ມກໍ່​ການ​ຮ້າຍ​ສາ​ກົນ​ຈຳ​ນວນ​ໜຶ່ງ, ພວກກໍ່​ການ​ຮ້າຍ​ທີ່​ຖືກ​ຈັບ​ຕົວ​ຈຳ​ນວນ​ໜຶ່ງ​ກໍ​ໄດ້​ຮັບ​ສາ​ລະ​ພາບ​ວ່າ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວກໍ່​ການ​ຮ້າຍ. ພາກ​ສ່ວນ​ປະ​ຕິ​ບັດ​ກົດ​ໝາຍ​ຂອງ​ຣັດ​ເຊຍ​ໄດ້​ຕັ້ງ​ເປັນ​ຄະ​ດີ​ອາ​ຍາ​ໂດຍ​ອີງ​ຕາມ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ. ປັດ​ຈຸ​ບັນ, ກຳ​ລັງ​ດຳ​ເນີນ​ກ​ານ​ສືບ​ສວນ-ສອບ​ສວນ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ