ຈີນຫວັງວ່າ ຍີ່ປຸ່ນຈະສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່ປະ​ເທດ​ໃກ້​ຄຽງ​ແລະ​ປ​ະຊາ​ຄົມ​ໂລກດ້ວຍ​ການ​ກະທຳ​ຕົວ​ຈິງ
2018-03-29 11:17:56  cri 

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ກອງປະຊຸມຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ມີນາ​ນີ້​ວ່າ: ຫວັງ​ວ່າ​ຍີ່ປຸ່ນຈະສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່ປະ​ເທດ​ໃກ້​ຄຽງ​​ໃນ​ອາຊີແລະ​ປ​ະຊາ​ຄົມ​ໂລກດ້ວຍ​ການ​ກະທຳ​ຕົວ​ຈິງ.

ທັງ​ນີ້ ມີ​ລາຍ​ງານຂ່າວ​ກ່າວ​ວ່າ ພັກ​ເສລີ​ປະຊາ​ປະ​ທິປະ​ໄຕ​ຍີ່ປຸ່ນ ​​ໄດ້​ໄຂ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ​​​ເພື່ອ​ສ້າງ​ຍັດຕິ​ຫາລື​ການ​ດັດ​ແກ້​ລັດຖະທຳ​ມະນູນ ​ໂດຍ​ຫວັງ​ຈະ​ເພີ່ມຕື່ມ​ເນື້ອ​ໃນ​ກ່ຽວ​ກັບ​ກອງ​ປ້ອງ​ກັນ​ຕົວ​ເຂົ້າ​ໃສ່​ມາດຕາ​ທີ 9 ຂອງ​ລັດຖະທຳ​ມະນູນ ນອກ​ນີ້, ພັກ​ເສລີ​ປະຊາທິປະ​ໄຕ ຍັງ​ໄດ້​ວາງ​ເປົ້າໝາຍ​ດັດ​ແກ້​ລັດຖະທຳ​ມະນູນ​ໃນ​ທິດ​ທາງ​ເຄື່ອນ​ໄຫວ​ປີ 2018 ທ່ານ​ຊິນ​ໂຈ ອາ​ເບະ ນາຍົກລັດຖະມົນຕີຍີ່ປຸ່ນ ກ່າວ​ວ່າ: ຈະ​ບັນທຶກ​​ເນື້ອ​ໃນ​ວ່າ​ດ້ວຍກອງ​ປ້ອງ​ກັນ​ຕົວ​ເຂົ້າ​ໃນ​ລັດຖະທຳ​ມະນູນ​ຢ່າງ​ຈະ​ແຈ້ງ ​ແລະ​ຊຸກຍູ້​ການ​ບັນລຸ​ເປົ້າໝາຍ​ການດັດ​ແກ້ລັດຖະທຳ​ມະນູນ.

ຕໍ່​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ: ​ເນື່ອງ​ຈາກ​ສາ​ເຫດ​ທາງ​ປະຫວັດສາດ, ຍີ່ປຸ່ນ​ດັດ​ແກ້​ລັດຖະທຳ​ມະນູນ​ຈຶ່ງ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງຈາກປະ​ເທດ​ທີ່​ປະສົບ​ເຄາະ​ຮ້າຍ​ຈາກ​ການ​ຮຸກ​ຮານ​ຂອງ​ຍີ່ປຸ່ນ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2 ມາໂດຍ​ຕະຫຼອດ ພວກ​ຂ້າພະ​ເຈົ້າຫວັງ​ວ່າ ຍີ່ປຸ່ນ​ຈະ​ຖອດ​ຖອນ​ບົດຮຽນ​ທາງ​ປະຫວັດສາດ​ຢ່າງ​ເລິກ​ເຊິ່ງ, ຮັບ​ຟັງ​ສຽງ​ຮຽກຮ້ອງ​ຈາກ​ປະຊາ​ຊົນພາຍ​ໃນ​ປະ​ເທດ​ຍີ່ປຸ່ນແລະ​ຕ່າງປະ​ເທດ​ທີ່​ຮັກຫອມ​ສັນຕິພາບ ​ແລະສືບ​ຕໍ່​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ ​ເພື່ອສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່ປະ​ເທດ​ໃກ້​ຄຽງ​ແລະ​ປ​ະຊາ​ຄົມ​ໂລກດ້ວຍ​ການ​ກະທຳ​ຕົວ​ຈິງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ