ລັດຖະບານຈີນ​ຊ່ວຍ​ເຫຼືອ​ລົດ 7 ຄັນໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າລາວ
2018-03-29 16:50:57  cri 


ໃນຕອນບ່າຍວັນທີ 28 ມີນາ 2018 ນີ້, ຢູ່ທີ່ກະຊວງອຸດສາຫະກໍາແລະ ການຄ້າລາວໄດ້ມີພິທີເຊັນສັນຍາການຊ່ວຍເຫຼືອຂອງລັດຖະບານຈີນ ໃຫ້ແກ່ກະຊວງອຸດສາຫະກໍາ ແລະ ການຄ້າລາວ. ​ລົງ​ນາມ​ໃນ​ສັນ​ຍາ​ນີ້,ຕາງໜ້າໃຫ້ແກ່ລັດຖະບານຈີນໂດຍທ່ານ ຫວາງ ສີຫຸ່ຍ ທີ່ປຶກສາເສດຖະກິດການຄ້າ ສປ ຈີນ ປະຈໍາ ສປປ ລາວ ຕາງໜ້າໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າລາວ ໂດຍທ່ານ ນາງ ບານສະຕິ ເທບພະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກໍາ ແລະ ການຄ້າລາວ ໂດຍການເຂົ້າ​ຮ່ວມເປັນກຽດ​ສັກ​ຂີ​ພິ​ຍານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ທ່ານຫວາງ ສີຫຸ່ຍ ກ່າວວ່າ, ພາຍໃຕ້ຄວາມພະຍາມຂອງທັງສອງຝ່າຍ ແລະເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການວຽກງານຂອງກະຊວງອຸດສາຫະກໍາແລະການຄ້າລາວໃຫ້ສະດວກສະບາຍກວ່າເກົ່າ. ການຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ ລົດຕູ້ 2 ຄັນ, ລົດຈິບSUV 5 ຄັນ. ​ໂອ​ກາດ​ນີ້ ທ່ານນາງ ບານສະຕິ ເທບພະວົງ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານ ສປ ຈີນ ກໍຄືສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ