ອາ​ເມ​ລິ​ກາ​ແລະ​ຈີນ​ມີ​ຫວັງ​ຈະ​ປຶກ​ສາ​ຫາ​ລື​ກັນ​ເພື່ອຫຼີກ​ລ້ຽງ​ການ​ເພີ່ມ​ພາ​ສີ​ໃຫ້​ສິ​ນ​ຄ້າ​ຈີນ
2018-03-29 16:22:16  cri 
    ວັນ​ທີ 28 ມີ​ນານີ້, ທ່ານ ໂຣ​ເບີດ ໄລ​ທ໌​ຊີ​ເຈີ ຜູ້​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ກ່າວ​ວ່າ, ລັດ​ຖະ​ບານ​ສອງ​ປະ​ເທດ​ອາ​ເມ​ລິ​ກາ​ແລະ​ຈີນ ມີ​ຫວັງ​ຈະ​ປຶກ​ສາ​ຫາ​ລື​ກັນ​ເພື່ອຫຼີກ​ລ້ຽງ​ການ​ເພີ່ມ​ພາ​ສີ​ໃຫ້​ສິ​ນ​ຄ້າ​ຈີນ.

    ທ່ານ ໄລ​ທ໌​ຊີ​ເຈີ ໄດ້​ໃຫ້​ສຳ​ພາດ​ຕໍ່​ຊ່ອງ​ຂ່າວ​ແລະ​ການ​ຄ້າ​ຜູ້​ບໍ​ລິ​ໂພກ​ອາ​ເມ​ລິ​ກາ​ໃນ​ມື້​ດັ່ງ​ກ່າວ​ວ່າ, ອີກ​ບໍ່​ດົນ, ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຈະ​ເປີດ​ເຜີຍ​ບັນ​ຊີ​ພາ​ສີ​ທີ່​ພົວ​ພັນ​ກັບ​ສິນ​ຄ້າ​ນຳ​ເຂົ້າ​ຈາກ​ຈີນ, ຫຼັງ​ຈາກນັ້ນ, ຈະ​ໃຫ້​ເວ​ລາ 60 ວັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ໂອ​ກາດ​ປະ​ກອບ​ຄຳ​ເຫັນ​ຕໍ່​ຜົນ​ສະ​ທ້ອນ​ຈາກ​ການ​ເພີ່ມ​ພາ​ສີ​ຕໍ່​ສິນ​ຄ້າ​ນຳ​ເຂົ້າຈາກ​ຈີນ.

    ຫ້ອງ​ການ​ຜູ້​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ເປີດ​ເຜີຍ​ວ່າ, ຫ້ອງ​ການ​ຕົນ​ຈະ​ຮັບ​ເອົາ​ຄຳ​ເຫັນ​ເປັນ​ລາຍ​ລັກ​ອັກ​ສອນ​ພາຍ​ໃນ 30 ວັນຫຼັງ​ການ​ເປີດ​ເຜີຍ​ບັນ​ຊີ​ສິນ​ຄ້າ, ແລະ​ຈະ​ຈັດ​ງານ​​ຮັບຟັງ​ຄຳ​​ເຫັນ​ຢ່າງ​ເປີດ​ເຜີຍ​ຄັ້ງ​ໜຶ່ງ​ພາຍ​ໃນ​ອີກ 30 ວັນ​ຕໍ່​ໄປ.

    ໃນ​ເວ​ລາ​ຖືກ​ຖາມ​ວ່າ, ການ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ອາ​ເມ​ລິ​ກາ​ກັບ​ຈີນ ຈະ​ສາ​ມາດຫຼີກ​ລ້ຽງ​ການ​ເພີ່ມ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນຫຼື​ບໍ່, ທ່ານ ໄລ​ທ໌​ຊີ​ເຈີ​ຕອບ​ວ່າ "ມີ​ຄວາມ​ຫວັງ". ທ່ານ​ກ່າວ​ຕື່ມ​ວ່າ, ອາ​ເມ​ລິ​ກາ​ແລະ​ຈີນ​ມີ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ທີ່​ບໍ່​ຄື​ກັນ, ຈຶ່ງ​ມີ​ການ​ພົວ​ພັນ​ທີ່​ເຄັ່ງ​ຕຶງ​ໃນ​ລະ​ດັບ​ໃດ​ໜຶ່ງ​ໂດຍຫຼີກ​ບໍ່​​ພົ້ນ, ແຕ່​ທ່ານ​ເຊື່ອ​ວ່າ ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ສອງ​ປະ​ເທດ​ຈະ​ກ້າວ​ໄປ​ສູ່​ໝາກ​ຜົນ​ທີ່​ດີ​ໃນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ