ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 6 ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ
2018-03-29 16:24:09  cri 
    ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 6 ຂອງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ ຫຼື GMS ໄດ້ຈັດ​ຂຶ້ນ​ຢູ່​ຫວຽດ​ນາມ​ແຕ່​ວັນ​ທີ 29-31 ມີ​ນານີ້. ຜູ້​ນຳ​ຂອງ​ຈີນ, ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ​ຫວຽດ​ນາມ ພ້ອມ​ດ້ວຍ​ຜູ້​ຕາງ​ໜ້າ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ, ທະ​ນາ​ຄານ​ໂລກ, ທະ​ນາ​ຄາ​ນ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ແລະ​ອົງ​ການ​ອື່ນໆ ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ພ້ອມ​ດ້ວຍ​ກິດ​ຈະ​ກຳ​ທີ່​ກ່ຽວ​ຂ້ອງ.

    ກອງ​ປະ​ຊຸມ​ຄັ້ງ​ນີ້​​ເນັ້ນຫົວ​ຂໍ້​ວ່າ "ເສີ​ມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຂອງ​ການ​ຮ່ວມ​ມື​ໃນ​ 25 ປີ, ສ້າງ GMS ທີ່​ຍືນ​ຍົງ, ເປັນ​ເອ​ກະ​ພົບ​ດຽວ ແລະ​ຈະ​ເລີ່ມ​ຮຸ່ງ​ເຮືອງ", ໂດຍ​ຈະ​ຈັດ​ກອງ​ປະ​ຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ, ກອງ​ປະ​ຊຸມ​ຄົບ​ຄະ​ນະ, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ, ກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ ແລະ​ກິດ​ຈະ​ກຳ​ອື່ນໆ, ຄາດ​ວ່າ ຈະ​ຮັບ​ຮອງ​ເອ​ກະ​ສານ​ຕ່າງໆ ເຊັ່ນ: "ແຜນ​ການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ 2018-2022" ແລະ "ຂອບ​ການ​ລົງ​ທຶນ​ພາກ​ພື້ນ 2022".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ