ການ​ຝຶກ​ຊ້ອມ​ຮ່ວມ​ຕ້ານ​ການ​ກໍ່​ການ​ຮ້າຍ​ພ້ອມ​ການ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ​ຈີນ-ກຳປູ​ເຈຍສິ້ນ​ສຸດ​ລົງ
2018-03-30 16:25:24  cri 

ຫຼັງສິ້ນສຸດການ​ຝຶກ​ຊ້ອມຮ່ວ​ມ​ການ​ເຄື່ອນ​ໄຫວ​ຕ້ານ​ການ​ກໍ່​ການ​ຮ້າຍ​​ ​ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ປິດ​ທ້າຍ, ການ​ຝຶກ​ຊ້ອມ​ຮ່ວມ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ແລະ​ການ​ຊ່ວຍເຫຼືອທາງ​ມະນຸດສະທຳ​ຈີນ-ກຳປູ​ເຈຍ "ຈິ່ນລົ໊ງ-2018" ກໍ​ໄດ້​ສຳ​ເລັດ​ລົງ​ແລະ​ຈັດ​ພິທີ​ປິດຢູ່​ສະໜາມ​ຝຶກ​ຊ້ອມ​ລວມ​​ແຫ່ງ​ໜຶ່ງ ປະ​ເທດ​ກຳປູ​ເຈຍ​ໃນຕອນ​ເຊົ້າວັນ​ທີ 29 ມີນາ​ນີ້ ​ໂດຍ​ທ່ານ​​ໂຈ່ວຊົ່ງ​ເຫີ ຮອງ​ຜູ້​ບັນຊາ​ການ​ກອງທັບ​ບົກ ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ, ທ່ານ​ສົງ​ໂປ່ ​ເອກ​ອັກຄະລັດຖະທູດຈີນ​ປະຈຳ​ກຳປູ​ເຈຍ ​ແລະ ທ່ານ​ເຕຍບັນ ຮອງ​ນາຍົກລັດຖະມົນຕີ ທັງ​ເປັນລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດກຳປູ​ເຈຍ ​ເຂົ້າຮ່ວມ ທັງ​ກ່າວ​ປາ​ໄສ​ໃນ​ພິທີ​ດັ່ງກ່າວ.

ຂ່າວ​ລາຍ​ງານ​ວ່າ: ການຝຶກ​ຊ້ອມ​ຮ່ວມເທື່ອ​ນີ້​ໄດ້​ໃຊ້ວິທີ​ທີ່​ທະຫານ​ສອງ​ປະ​ເທດຈັດຕັ້ງປະກອບ​ຮ່ວມ​ແລະ​ຝຶກ​ຊ້ອມ​ຮ່ວມ ​ໂດຍ​ຕົ້ນຕໍ​ດຳ​ເນີນ​ການ​ຝຶກ​ຊ້ອມ​ໃນ​ການ​ນຳ​ໃຊ້​ຍຸດ​ໂທ​ປະກອນ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ການ​ຊ້ອມຍິງອາວຸດ​ເບົາ​ດ້ວຍ​ລູກປືນ​ແທ້, ການ​ຕໍ່ສູ້​ກັນ​ດ້ວຍ​​ມື, ກາ​ນລົງ​ຈອດ​ຍົນ​ແບບຈຳລອງ, ການ​ໄລ່​ລ່າ ​ແລະ​ວິຊາຫັດ​ແອບ​ອື່ນໆ ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມາດ​ຂອງ​ສອງ​ກອງທັບ​ໃນ​ການ​ປະຕິບັດ​ໜ້າທີ່ການ​ຝຶກ​ຊ້ອມ​ດ້ານ​ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ ການຊ່ວຍ​ເຫຼືອທາງ​ມະນຸດ​ສະ​ທຳ. ​ໃນ​ໄລຍະ​ຝຶກ​ຊ້ອມ, ກອງ​ຍ່ອຍ​ຈີນ​ທີ່​ເຂົ້າຮ່ວມ​ການ​ຝຶກ​ຊ້ອມ​ດັ່ງກ່າວ ຍັງ​ໄດ້​ສົ່ງ​ເຄື່ອງ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ​ແລະອຸປະກອນ​ການ​ຮຽນ ​ໃຫ້​ແກ່​ຊາວບ້ານ ​ແລະ​ນັ​ກຮຽນ​ທ້ອງ​ຖິ່ນ, ສ້ອມ​ແປງ​ເຮືອນ​ປະຊາຊົນ ​ແລະ ກວດ​ພະຍາດ,  ສົ່ງ​ຢາ​ປິ່ນປົວ​ສຸຂະພາບ​ໃຫ້​ແກ່​ປະຊາຊົນ​ທ້ອງ​ຖິ່ນ​ນຳ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ