ຈີນ​ກາຍ​ເປັນ​ປະ​ເທດ​ເປົ້າໝາຍ​ທີ່​ນັກ​ສຶກສາ​ຕ່າງປະ​ເທດ​ໄປ​ສຶກສາ​ຕໍ່ຫຼາຍທີ່​ສຸດ​ໃນ​ອາຊີ
2018-03-30 16:29:18  cri 

​ແຫຼ່ງຂ່າວ​ຈາກ​ກະຊວງ​ສຶກສາ​ທິການ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 30 ມີນາ​ນີ້​ວ່າ ປີຜ່ານມາ, ນັກ​ສຶກສາຕ່າງປະ​ເທດ​ທີ່​ໄປ​ສຶກສາ​ຕໍ່​ຢູ່​ມະຫາວິທະຍາ​ໄລ ​ແລະ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ​ຂອງຈີນມີ​ເຖິງ 489.200 ຄົນ ​ເຊິ່ງ​ຕົວ​ເລກ​ດັ່ງກ່າວໄດ້​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ ສົ່ງ​ຜົນ​ເຮັດ​ໃຫ້​ຈີນ​ກາຍ​ເປັນ​ປະ​ເທດ​ເປົ້າໝາຍ​ທີ່ສາມາດ​ດຶງ​ດູດນັກ​ສຶກສາ​ຕ່າງປະ​ເທດ​ໄປ​ສຶກສາ​ຕໍ່ຫຼາຍທີ່​ສຸດ​ໃນ​ອາຊີ.

ກະຊວງ​ສຶກສາ​ທິການ​ເປີດ​ເຜີຍ​ວ່າ: ປີຜ່ານມາ, ມີ​ນັກ​ສຶກສາ​ຈາກ 204 ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ເດີ​ນທາງ​ໄປ​ສຶກສາ​ຕໍ່​ຢູ່​ມະຫາວິທະຍາ​ໄລ ​ແລະ​ສະ​ຖາ​ບັນ​ການ​ສຶກສາ​ຊັ້ນສູງ 935 ​ແຫ່ງ​ໃນ 31 ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ ​ແລະ ກຳ​ແພງ​ນະຄອນ​ທົ່ວ​ປະ​ເທດ​ຈີນ ​ເພີ່ມ​ຂຶ້ນ 18,62% ​ເມື່ອ​ທຽບ​ໃສ່​ປີ 2016​ ໃນ​ນີ້, ມີນັກ​ສຶກສາ 58.600 ຄົນ​ຈາກ 180 ປະ​ເທດ​ໄດ້​ຮັບທຶນ​ການ​ສຶກສາ​ຈາກ​ລັດຖະບານ​ຈີນ, ກວມ​ 11,97%.

​ເມື່ອ​ທຽບກັບ​ປີ 2016 ​ແລ້ວ, 10 ປະ​ເທດ​ທຳ​ອິດ​ທີ່​ມີ​ນັກ​ສຶກສາ​ໄປ​ສຶກສາ​ຕໍ່​ຢູ່​ຈີນຫຼາຍກວ່າ​ໝູ່ ກໍ​ມີ​ການ​ປ່ຽນ​ແປງ​ເລັກ​ໜ້ອຍ ​ໂດຍ​ລຽງຕາມ​ລຳດັບ​ແລ້ວ ຄື ສ.​ເກົາຫຼີ, ​ໄທ, ປາ​ກິ​ສະຖານ, ອາ​ເມ​ລິ​ກາ, ອິນ​ເດຍ, ຣັດ​ເຊຍ, ຍີ່ປຸ່ນ, ອິນ​ໂດ​ເນ​ເຊຍ, ກາຊັກ​ສະຖານ ​ແລະ ລາວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ