ລາວ-ຈີນຮ່ວມຈັດກອງປະຊຸມສະກັດກັ້ນການລັກລອບຄ້າສັດປ່າ
2018-03-30 16:54:06  cri 


ເພື່ຶອເປັນການປະກອບສ່ວນເຂົ້າໃນວຽກງານອະນຸລັກຊີວະນາໆພັນ ແລະ ສະກັດກັ້ນການຄ້າສັດປ່າທີ່ຜິດກົດໝາຍໃຫ້ມີສ່ວນຮ່ວມທົ່ວສັງຄົມ. ໃນຕອນເຊົ້າວັນທີ 30 ມີນາ 2018ນີ້, ທີ່ນະຄອນຫຼວງວຽງຈັນ ໝ່ວຍງານບັງຄັບໃຊ້ກົດໝາຍ ສປປ ລາວ ແລະ ສະຖານທູດຈີນປະຈໍາ ລາວ ໄດ້ຮ່ວມກັນຈັດກອງປະຊຸມກ່ຽວກັບການສະກັດກັ້ນການຄ້າຂາຍງາຊ້າງທີ່ຜິດກົດໝາຍໃນ ສປປ ລາວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ລິນທອງ ດວງພະຈັນຫົວໜ້າກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້, ໃນກອງປະຊຸມຄັ້ງນີ້ ໄດ້ມີທ່ານ ລີ ເນັງບິງ ຜູ້ຕາງໜ້າສະພາການຄ້າທູດຈີນ, ຜູ້ຕາງໜ້ານັກທຸລະກິດ ຈີນ ປະຈໍາ ສປປ ລາວ ແລະ ຜູ້ຕາງໜ້າ LAO-WENທີ່ມາຈາກແຕ່ລະພາກສ່ວນ, ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ. 


 ໂອກາດນີ້ທ່ານ ລິນທອງ ດວງພະຈັນຫົວໜ້າກົມກວດກາປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອສົນທະນາປຶກສາຫາລື ແລະ ແລກປ່ຽນ ຄວາມຄິດຄວາມເຫັນ ແລະ ຂໍ້ມູນສະພາບການຄ້າຂາຍງາຊ້າງ ໃນປະຈຸບັນ ຢູ່ ສປປລາວ ເປັນຕົ້ນແມ່ນຢູ່ ນະຄອນຫຼວງວຽງຈັນ, ເມືອງວັງວຽງ ແລະ ແຂວງຫຼວງພະບາງ ແລະ ເພື່ອເປັນການສ້າງຄວາມຮ່ວມມື ໃນຊ່ອງທາງການຕິດຕໍ່ສືສານ ລະຫວ່າງ ໜ່ວຍງານການບັງຄັບໃຊ້ກົດໝາຍ ສປປລາວ ແລະ ສະຖານທູດຈີນ ປະຈຳ ສປປ ລາວໃນການສ້າງຄວາມເຂົ້າໃຈ ແລະ ໂຄສະນາ ໃຫ້ກຸ່ມນັກທຸລະກິດທັງລາວ ແລະ ຈີນ ປະຈຳສປປລາວ ໄດ້ຮັບຮູ້ກ່ຽວກັບຜະລິດຕະພັນງາຊ້າງ ເຊິ່ງເປັນຜະລິດຕະພັນທີ່ຜິດກົດໝາຍ ຂອງ ສປປ ລາວ ໂດຍຜ່ານສະຖານທູດ ແລະ ຫົວໜ້າສະມາຄົມ ນັກທຸລະກິດຈີນໃນ ສປປລາວກ່ຽວກັບການສະກັດກັ້ນການຄ້າຂາຍງາຊ້າງ ທີ່ຜິດກົດໝາຍໃຫ້ໄດ້ຮັບໝາກຜົນຢ່າງຈົບງາມ ແລະ ເພີ່ມທະວີການມີສ່ວນຮ່ວມຂອງທຸກພາກສ່ວນ ເພື່ອຮັບປະກັນປະສິດທິຜົນຂອງການຈັດຕັ້ງປະຕິບັດວຽກງານ.


ທ່ານແກ້ວປະເສີດຜູ້ຕາງໜ້າຈາກສະຖານທູດຈີນປະຈໍາລາວກ່າວວ່າ: ລັດຖະບານຈີນໄດ້ໃຫ້ຄວາມສໍາຄັນຕໍ່ການປົກປ້ອງສັດປ່າພືດພັນ ແລະໄດ້ສະກັດກັ້ນການຄ້າຂາຍສັດປ່າແບບຜິດກົດໝາຍຢ່າງເຂັ້ມງວດ.  ມາຮອດປີ 2017,ລັດຖະບານຈີນໄດ້ປິດຕະຫຼາດງາຊ້າງໝົດທຸກບ່ອນ ເພື່ອສະໜັບສະໜູນການສະກັດກັ້ນການລັກລອບຂ້າຊ້າງ. ດັ່ງນັ້ນ, ສະຖານທູດຈີນປະຈໍາ ສປປ ລາວຍິນດີແລະຫວັງວ່າສະພາການຄ້າຕ່າງໆຂອງຈີນປະຈໍາລາວ, ວິສາຫະກິດຈີນແລະສື່ມວນຊົນຂອງຈີນ ຈະໂຄສະນາເຜີຍແຜ່ຂໍ້ມູນໃນການປົກປ້ອງສັດປ່າ ແລະລະບຽບກົດໝາຍຂອງປະເທດລາວເພື່ອຮ່ວມກັນສະໜັບສະໜູນພາລະກິດປົກປັກຮັກສາສັດປ່າຂອງປະເທດລາວ ແລະ ທົ່ວໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ