​ຫວຽດ​ນາມ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​, ປ່າ​ໄມ້ແລະ​ສິນ​ໃນ​ນ້ຳ​ບັນ​ລຸ​ເຖິງ​ປະ​ມານ 9 ຕື້​ໂດ​ລາ​ໃນ​ໄຕ​ມາດ​ທີ​ໜຶ່ງ
2018-03-30 16:39:04  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ຫວຽດ​ນາມ​ສະ​ບັບວັນ​ທີ 28 ມີ​ນາ​ລາຍ​ງານ​ວ່າ, ກະ​ຊວງ​ກະ​ສິ​ກຳ​ແລະ​ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ​ເປີດ​ເຜີຍ​ວ່າ, ໃນ​ເດືອນ​ມີ​ນາ​ປີ 2018, ມູ​ນ​ຄ່າ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ ກະ​ສິ​ກຳ​, ປ່າ​ໄມ້ແລະ​ສິນ​ໃນນ້ຳຂອງ​ປະ​ເທດ​ຕົນ​ບັນ​ລຸ​ເຖິງ 3 ຕື້ 100 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນ​ 3 ເດືອນ​ຕົ້ນ​ປີ​ນີ້ຍອດ​ມູນ​ຄ່າ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ດັ່ງ​ກ່າວ​ບັນ​ລຸ​ເຖິງ 8 ຕື້ 700 ລ້ານ​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 9,6%. ໃນ​ນັ້ນ, ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເພີ່ມ​ຂຶ້ນ 9%, ຜະ​ລິດ​ຕະ​ພັນ​ສິນ​ໃນ​ນ້ຳ​ເພີ່ມ​ຂຶ້ນ 11,5% ແລະ​ຜະ​ລິດ​ຕະ​ພັນ​ປ່າ​ໄມ້​ເພີ່ມ​ຂຶ້ນ 6,6%. ຂະ​ນະ​ດຽວ​ກັນ, ມູນ​ຄ່າ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນກະ​ສິ​ກຳ​, ປ່າ​ໄມ້ແລະ​ສິນ​ໃນ​ນ້ຳ​ໃນ​ເດືອນ​ມີ​ນາ​ມີ​ເຖິງ 2 ຕື້ 430 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຍອດ​ມູນ​ຄ່າ​ນຳ​ເຂົ້າ​ໃນ 3 ເດືອນ​ຕົ້ນ​ປີ​ນີ້​ແມ່ນ 6 ຕື້ 890 ລ້ານ​ໂດ​ລາ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 8,4%. ມູນ​ຄ່າ​ເກີນ​ດຸນ​ການ​ຄ້າປະ​ມານ 2 ຕື້​ໂດ​ລາ​ສະ​ຫະ​ລັດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ