ເປີດການ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​​ຮ່ອງ​ຮອຍ​ມະ​ນຸດ​ປັກ​ກິ່ງ​ໂຈ່ວ​ໂຂ​ຕ້ຽນ​ທີ່​ມາ​ເລ​ເຊຍ
2018-03-30 14:36:15  cri 
"​ທະ​ນີ​ຄົນ​​ປັກ​ກິ່ງກ້າວ​ເຂົ້າ​ສູ່​ມາ​ເລ​ເຊຍ--​ການ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​​ຮ່ອງ​ຮອຍ​ມະ​ນຸດ​ປັກ​ກິ່ງ​ໂຈ່ວ​ໂຂ​ຕ້ຽນ" ເຊິ່ງ​ແມ່ນ​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ມາ​ເລ​ເຊຍ ແລະ ຫໍ​ພິ​ພິ​ທະ​ພັນ​​ຮ່ອງ​ຮອຍ​ມະ​ນຸດ​ປັກ​ກິ່ງ​ໂຈ່ວ​ໂຂ​ຕ້ຽນ​​ຈີນເປັນ​ເຈົ້າ​ພາບ​ຮ່ວມ ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ພິ​ພິ​ທະ​ພັນ​ແຫ່ງ​ຊາດ​ມາ​ເລ​ເຊຍ ແລະ ຈະ​ຈັດ​ເປັນ​ເວ​ລາ 3 ເດືອນ.

ຂ່າວ​ແຈ້ງວ່າ, ການ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ວາງ​ສະ​ແດ​ງວັດ​ຖຸ​ບູ​ຮານ 117 ອັນ ເຊິ່ງ​ແບ່ງ​ເປັນ 3 ພາກ​ສ່ວນ ເພື່ອ​ແນະ​ນຳ​ເນື້ອ​ໃນ​ຕ່າງໆ ເຊັ່ນ: ການ​ຄົ້ນ​ພົບ​​​ຮ່ອງ​ຮອຍ​ໂຈ່ວ​ໂຂ​ຕ້ຽນ, ທະ​ນີ​ຄົນ​ປັກ​ກິ່ງ​ໃນ 7 ແສນກວ່າ​ປີ​ກ່ອນ, ມະ​ນຸດ​ຊ່ານ​ຕິງ​ຕຸ້ງ​ໃນ 3 ໝື່ນກວ່າ​ປີ​ກ່ອນ, ​ສະ​ຖານ​ທີ່ຊາກ​ຫີນ​ຂອງ​​​ຮ່ອງ​ຮອຍ​ໂຈ່ວ​ໂຂ​ຕ້ຽນ, ຄະ​ດີ​ປະ​ຫວັດ​ສາດ--ຄວາມ​ລັບ​ກ່ຽວ​ກັບ​ການ​ຫາຍ​ສາບ​ສູນ​ຂອງ​ກະ​ໂຫຼກ​ຫົວ​ທະ​ນີ​ຄົນ​ປັກ​ກິ່ງ ແລະ​ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ