ປ​ະ​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ຫວັງ​ໃຫ້​ສິງ​ກະ​ໂປ​ແລະ​ຈີນ​ຮ່ວມ​ກັນ​ປະ​ກອບ​ສ່ວນ​ເພື່ອ​ສັນ​ຕິ​ພາບ ແລະ ການ​ພັ​ດ​ທະ​ນາ​ຂອງ​ພາກ​ພື້ນ
2018-03-30 14:37:59  cri 
ວັນ​ທີ 29 ມີ​ນາ​ນີ້, ໃນ​ເວ​ລາ​ຮັບ​ສານ​ຕາ​ຕັ້ງ​ຈາກ​ທ່ານ​ຫົງ​​ສຽວ​ຢົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຫ່ງ ສ​ປ ຈີນ​ປະ​ຈຳ​ສິງ​ກະ​ໂປ, ທ່ານ​ນາງ​​ຮາ​ລີ​ມາ ຢາ​ກົບ ປະ​​ທາ​ນາ​ທິ​ບໍ​ດີ​ສິງ​ກະ​ໂປ​ກ່າວ​ວ່າ, ການ​ພົວ​ພັນ​ຈີນ-ສິງ​ກະ​ໂປ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ໄປ​ມາ​ຫາ​ສູ່​ກັນ​ເລື້ອຍໆ, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ກັນ​ຢ່າງກວ້າງ​ຂວາງ​ໃນຫຼາຍ​ຂົງ​ເຂດ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ກໍ​ມີ​ຄວາມ​ຄຶກ​ຄື້ນ. ສິງ​ກະ​ໂປ​ຍິນ​ດີພະ​ຍາ​ຍາມ​​ຮ່ວມ​ກັນ​ ກັບ​ຈີນ, ຮັດ​ແໜ້ນ​ມິດ​ຕະ​ພາບ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ເຖຍ​ລະ​ພາບ ແລະ​ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.

ທ່ານ​ຫົງ​​ສຽວ​ຢົງ​ກ່າວ​ວ່າ, ຈີນ​ ແລະ ສິງ​ກະ​ໂປ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ການ​ພົວ​ພັນ​ຈີນ-ສິງ​ກະ​ໂປ​ໃນ​ປັດ​ຈຸ​ບັນ​ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປ​ະ​ຫວັດ​ສາດ​ໃໝ່ ແລະ ພົບ​ໂອ​ກາດ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ສິງ​ກະ​ໂປ, ບໍ່​ລືມ​ອຸ​ດົມ​ການແຕ່​ຫົວ​ທີ່, ກ້າວ​ໄປ​ທັນ​ກັບ​ຍຸກ​ສະ​ໄໝ, ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ລົງ​ເລິ​ການ​ຮ່ວມ​ມື "ໜຶື່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ເພື່ອ ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ