ຢ້ຽມ​ຊົມ​ຂຸມ​ຟ້າ​ເມືອງ​ເຈິ້ນ​ສົງ​ແຂວງ​ຢຸ​ນ​ນານ​ຈີນ
2018-03-30 15:12:19  cri 

ຂຸມ​ຟ້າ​ເມືອງ​ເຈິ້ນ​ສົງ​ນະ​ຄອນ​ຈ່າວ​ຖົ່ງ​ແຂວງ​ຢຸ​ນ​ນານ​ໄກ​ຈາກ​ເທດ​ສະ​ບານ​ເມືອງ 51 ກິ​ໂລ​ແມັດ, ​ກວມເນື້ອ​ທີ່​ປະ​ມານ 40 ເຮັກ​ຕາ ເຊິ່ງ​ມີ​ຂຸມ​ຟ້າ​ທັງ​ໝົດ​ມີ 6 ໜ່ວຍ ແລະ ໜ່ວຍ​ໃຫຍ່​ທີ່​ສຸດ​ມີ​ເສັ້ນ​ຜ່າ​ສູນ​ກາງ​ເກືອບ 600 ແມັດ, ສະ​ເລ່ຍ​ແລ້ວ​ເລິກ 120 ແມັດ, ບ່ອນ​ເລິກ​ສຸດ​ມີ​ເຖິງ 150 ແມັດ, ທັງ 4 ດ້ານ​ເປັນ​ເຫວ​ຊັນ, ເໝືອນ​ດັ່ງ​ເອົາ​ໝໍ້​ເຫຼັກ​ຕັ້ງ​ຢູ່​ກາງ​ພູ. ໃນ​ຖ້ຳ​ຂອງ​ຂຸມ​ຟ້າ​ໜ່ວຍ​ນີ້​ຍັງ​ມີ 32 ຄົນໃນ 8 ຄອບ​ຄົວ​ດຳ​ລົງ​ຊີ​ວິດ​ຢູ່​ບ່ອນ​ນັ້ນ. ໃນຫຼາຍ​ປີ​ມາ​ນີ້, ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ສ້າງ​ເສັ້ນ​ທາງ​ຊີ​ມັງ​ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຂຸມ​ຟ້າ, ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ເຂົ້າ​ອອກ​ຂຸ​ມ​ຟ້າ​ໄດ້​ຢ່າງ​ສະ​ດວກ​​ສະ​ບາຍກວ່າ​ແຕ່​ກ່ອນຫຼາຍ.


1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ