ຣັດ​ເຊຍ​ປະ​ກາດ​ວ່າ​ຈະ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ເມ​ລິ​ກາ 60 ຄົນອອກ​ຈາກ​ປະ​ເທດ​ຕົນ
2018-03-30 16:27:35  cri 
    ວັນ​ທີ 29 ມີ​ນານີ້, ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຣັດ​ເຊຍ​ປະ​ກາດ​ວ່າ, ທ່ານ ເຊີ​ເກ ຣີ​ຢາບ​ຄົບ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕົນ​ໄດ້​ຮຽກ​ພົບ​ທ່ານ ຈອນ ຮູນ​ສ໌​ມານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ຣັດ​ເຊຍ ເພື່ອ​ແຈ້ງ​ໃຫ້​ຊາບ​ວ່າ, ປະ​ເທດ​ຕົນ​ຈະ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ເມ​ລິ​ກາ​ປະ​ຈຳ​ປະ​ເທດ​ຕົນ 60 ຄົນ ແລະ​ຈະ​ປິດ​ສະ​ຖານ​ກົງ​ສຸນ​ໃຫຍ່​ຂອງ​ອາ​ເມ​ລິ​ກາ​ປະ​ຈຳ​ແຊນ​ປີ​ເຕີ​ສ໌​ເບີກ ເພື່ອ​ເປັນ​ການ​ຕອບ​​ໂຕ້​ອາ​ເມ​ລິ​ກາ​ທີ່​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຣັດ​ເຊຍ​ອອກ​ຈາກ​ອາ​ເມ​ລິ​ກາ.

    ມື້​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ອອກ​ແຈ້ງ​ການ​ວ່າ, ອີງ​ຕາມ ຫຼັກ​ການສະ​ເໝີ​ພາບ​ດ້ານ​ການ​ຕ່າງ​ປະ​ເທດ, ປະ​ເທດ​ຕົນ​ຈັດ​ເອົາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ສະ​ຖານ​ທູດ​ອາ​ເມ​ລິ​ກາ​​ປະ​ຈຳ​ຢູ່ປະ​ເທດ​ຕົນ 58 ຄົນ ພ້ອມ​ດ້ວຍ​ປະ​ຈຳ​ສະ​ຖານ​ກົງ​ສຸນ​ໃຫຍ່​ເຢ​ຄາ​ເທີ​ຣິນ​ເບີກ 2 ຄົນ ເປັນ "ຄົນ​ທີ່​ບໍ່​ຍິນ​ດີ​ຕ້ອນ​ຮັບ", ໂດຍ​ເຫັນ​ວ່າ ວຽກ​ງານ​ທີ່​ເຂົາ​ເຈົ້າ​ເຮັດ​ນັ້ນ​ບໍ່​ຖືກ​ກັບ​ຖາ​ນະ​ເຈົ້າ​ໜ້າ​ທີ່​ການ​ທູດ ແລະ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າ​ໜີ​ອອກ​ຈາກ​ຣັດ​ເຊຍ​ກ່ອນ​ວັນ​ທີ 5 ເມ​ສາ​ປີນີ້.

    ແຈ້ງ​ການ​ລະ​ບຸ​ວ່າ, ປະ​ເທດ​ຕົນ​ໄດ້​ຮຽກ​ຮ້ອງ​ໃຫ້​ທ່ານ ຈອນ ຮູນ​ສ໌​ມານ ຝາກ​ສານ​ປະ​ທ້ວງ​ຂອງ​ປະ​ເທດ​ຕົນ​ກ່ຽວ​ກັບ​ອາ​ເມ​ລິ​ກາ​ຂັບ​ໄລ່​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ປະ​ເທດ​ຕົນ​ນັ້ນ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ ແລະ​ທວງ​ໃຫ້​ອາ​ເມ​ລິ​ກາ​ໃຫ້​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ການບັງ​ຄັບກວດ​ກາ​ແລະ​ລະ​ງັບ​ຊັບ​ສິນ​ການ​ຕ່າງ​ປະ​ເທດ 5 ແຫ່ງ​ຂອງ​ຣັດ​ເຊຍ​ຢູ່​ອາ​ເມ​ລິ​ກາ​​ແຕ່​ປີ 2016-2017.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ