ເຈົ້າ​ໜ້າ​ທີ່​ຟິ​ລິບ​ປິນ​ກ່າວ​ວ່າ​ຄວນ​ສົ່ງ​ຜູ້​ມີ​ຄວາມ​ສາ​ມາດ​ດ້ານ​ການ​ສຶກ​ສາ​ພາ​ສາ​ອັງ​ກິດ​ໃຫ້​ຈີນ
2018-03-30 16:31:46  cri 
    ໜັງ​ສື​ພິມ​ສະ​ຕາ​ຂອງ​ຟິ​ລິບ​ປິນ​ສະ​ບັບ​ວັນ​ທີ 28 ມີ​ນານີ້ ລາຍ​ງານ​ວ່າ, ຫວ່າງມໍ່ໆ​ນີ້, ທ່ານ ເກີ​ລານ ທີ່​ປຶກ​ສາ​ການ​ຄ້າ​ຂອງ​ສະ​ຖານ​ທູດ​ຟິ​ລິບ​ປິນ​ປະ​ຈຳ​ຈີນ ໄດ້​ໃຫ້​ສຳ​ພາດ​ວ່າ, ປະ​ເທດ​ຕົນ​ຄວນ​ຕັ້ງ​ໜ້າ​ອົບ​ຮົມ​ຄູ​ສອນ​ພາ​ສາ​ອັງ​ກິດ ແລະ​ສົ່ງ​ຜູ້​ມີ​ຄວາມ​ສາ​ມາດ​ໃນ​ດ້ານນີ້​ໃຫ້​ຈີນ. ທ່ານ​ກ່າວ​ວ່າ, ປັດ​ຈຸ​ບັນ, ມີ​ຄົນ​ຟິ​ລິບ​ປິນ​ບໍ່​ໜ້ອຍ​ສອນ​ພາ​ສາ​ອັງ​ກິດ​ຢູ່​ຈີນ, ແຕ່​ສ່ວນຫຼາຍ​ສອນ​ຢູ່​ໂຮງ​ຮຽນອະ​ນຸ​ບານ​ແລະ​ໂຮງ​ຮຽນ​ປະ​ຖົມ. ຄຽງ​ຄູ່​ກັບ​ຈີນ​ເປີດກວ້າງ​ການ​ໄຂ​ປະ​ຕູ​ສູ່​ພາຍນອກ, ຊາວ​ຈີນ​ມີ​ຄວາມ​ຕ້ອງ​ການ​ການ​ສຶກ​ສາ​ພາ​ສາ​ອັງ​ກິດ ໂດຍ​ສະ​ເພາະ​ການ​ສອນ​ພາ​ສາ​ອັງ​ກິດ​ດ້ານ​ການ​ຄ້າ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ. ຊາວ​ຟິ​ລິບ​ປິນ​ສາ​ມາດ​ສະ​ໜອງ​ການ​ອົບ​ຮົມ​ປະ​ເພດນີ້ ເພື່ອ​ຊ່ວຍ​ຊາວ​ຈີນ​ແລກ​ປ່ຽນ​ກັບ​ຄູ່​ການ​ຄ້າ​ທີ່​ບໍ່​ຮູ້​ພາ​ສາ​ຈີນ​ໃຫ້​ດີກວ່າ​ເກົ່າ, ທ່ານ​ເຊື່ອວ່າ, ຈີນ​ແລະ​ຟິ​ລິບ​ປິນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ໃນ​ຂົງ​ເຂດນີ້.

    ຕາມ​ຂ່າວ​ແຈ້ງວ່າ, ຄຽງ​ຄູ່​ກັບ​ການ​ພົວ​ພັນ​ຈີນ-ຟິ​ລິບ​ປິນ​ໄດ້​ຮັບ​ການ​ປັບ​ປຸງໃຫ້​ດີ​ຂຶ້ນແລ້ວ, ອົງ​ການ​ສອນ​ພາ​ສາ​ອັງ​ກິດ​ສ່ວນ​ໜຶ່ງ​ພ້ອມ​ດ້ວຍ​ສະ​ມາ​ຄົມ​ຂະ​ແໜງ​ການ​ດັ່ງ​ກ່າວຂອງ​ຟິ​ລິບ​ປິນ​ພວມ​ເລັງ​ສາຍ​ຕາ​ໃສ່​ຈີນ​ແລະ​ໄດ້​ໃຊ້​ການ​ກະ​ທຳ​ທີ່​ຕັ້ງ​ໜ້າ​ເປັນ​ຢ່າງ​ສູງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ