ລັດ​ທິ​ປົກ​ປ້ອງ​ເທົ່າ​ກັບ​ວ່າ​ປິດ​ປະ​ຕູຕໍ່ຈີນ​ດ້ວຍ​ຕົນ​ເອງ
2018-03-31 15:07:35  cri 
ວັນ​ທີ 30 ມີ​ນາ​ນີ້, ທ່ານວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຫຼືGMSທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ປີ​ນີ້​ເປັນ​ປີ​ຄົບ​ຮອບ 40 ປີ​ທີ່​ຈີນ​ດຳ​ເນີນ​ການປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ເປັນ​ປີ​ສຳ​ຄັນ​ໃນ​ການ​ສືບ​​ອັນ​ກ່ອນ​ຕໍ່​ອັນ​ລຸນ. ໃນ​ໄລ​ຍ​ະ 40 ປີ​ຜ່ານ​ມາ, ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຈີນ​ແມ່ນ​ຍາດ​ມາ​ໄດ້​ຈາກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ, ໃນ​ຕໍ່​ໜ້າ, ຈີນ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ​ກໍ​ຍັງຕ້ອງ​ອາ​ໄສ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄື​ເກົ່າ. ນີ້​ຄື​ນະ​ໂຍ​ບາຍ​ຂອງ​ຈີນ​ທີ່​ກຳ​ນົດ​ໄວ້​ແລ້ວ ເຊິ່ງ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ ແລະ​ກໍ​ຈະ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ປັດ​ໄຈ​ພາຍນອກ​ເຊັ່ນ​ກັນ. ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພ​າຍນອກ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຈີນ ທັງ​ຈະ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ. ພວກ​ຂ້າ​ພະ​ເຈົ້າ​ຖື​ປີຄົບ​ຮອບ 40 ປີ​ຂອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ໂອ​ກາດ ແລະ​ຖື​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ເປັນ​ຈຸດ​ໜັກ, ບໍ່​ພຽງ​ແຕ່​ຈະ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ພາຍນອກເທົ່າ​ນັ້ນ, ຍັງ​ຈະ​ສົ່ງ​ເສີມ​ການ​ໄປ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ອີກ​ດ້ວຍ​ເພື່ອ​ສ້າງ​ສະ​ພາບ​ການ​ເປີດ​ປະ​ຕູ​ຮອບ​ດ້ານ​ທີ່​ທາງ​ບົກ​ແລະ​ທາງ​ອາ​ກາດ,ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ໃຫ້​ປະ​ສານ​ສົ​ມ​ທົບ​ກັນ,ພາກ​ຕາ​ເວັນ​ອອກ​ແລະ​ພາກ​ຕາ​ເວັນ​ຕົກ​ຊ່ວຍ​ຊູ​ຍູ້​ໜູນ​ກັນ. ຈີ​ນ​ຈະ​ວາງ​ມາດ​ຕະ​ການ​ຕ່າງໆ​ເພື່ອ​ເປີດ​ປະ​ຕູ​ຕື່ມ​ອີກ, ສ້າງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ທີ່​ດີ​ແລະ​ສະ​ດວກກວ່າ​ເກົ່າ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ.

ທ່ານ​ວາງ​ຢີ້ກ່າວ​ເນັ້ນ​ວ່າ: ການ​ເປີດ​ປະ​ຕູ​ຄວນ​ແມ່ນ​ສອງ​ຝ່າຍ​ເປີດ​ປະ​ຕູ​ເຊິ່ງ​ກັນ​ແລະ​ກັນ. ຈີນ​ເປີດ​ປະ​ຕູ​ຕໍ່​ຕ່າງ​ປະ​ເທດ ແລະ​ກໍ​ຫວັງ​ວ່າ​ຕ່າງ​ປະ​ເທດ​ກໍ​ເປີດ​ປະ​ຕູ​ຕໍ່​ຈີນ​ເຊັ່ນ​ກັນ. ໃນ​ການ​ຄ້າ​ສາ​ກົນ​ຫາກ​ເກີດ​ຄວາມ​ຂັດ​ແຍ້ງ​ຈຳ​ນວນ​ໜຶ່ງ​ເປັນ​ເລື່ອງ​ປົກ​ກະ​ຕິ, ສິ່ງ​ສຳ​ຄັນ​ແມ່ນ​ຄວນ​​ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ​ເພື່ອຊອກ​ຫາວິ​ທີ​ແກ້​ໄຂ​ໃຫ້​ສົມ​ເຫດ​ສົມ​ຜົນ​ແລະ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ. ການ​ກະ​ທຳ​ໃດໆ​ທີ່​ໃຊ້​ມາດ​ຕະ​ການ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ລ້ວນ​ແຕ່​​ເປັນ​ການ​ເຮັດ​ໃຫ້​ກົງ​ລໍ້​ປະ​ຫວັດ​ສາດ​ຖອຍຫຼັງ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ບໍ່​ມີ​ທ​າງ​ອອກ​ເທົ່າ​ນັ້ນ,ຫາກ​ຍັງ​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຕົນ​ເອງ​ອີກ​ດ້ວຍ. ທ່ານ​ວາງ​ຢີ້​ກ່າວ​​ຕື່ມວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ນຳ​ກັນ, ແຕ່​ວ່າ​ການ​ປະ​ຕິ​ບັດ​ລັດ​ທິ​ປົກ​ປ້ອງ​ກໍ​ເທົ່າ​ກັບ​ວ່າ​ປິດ​ປະ​ຕູ​ຕໍ່​ຈີນ​ດ້ວຍ​ຕົນ​ເອງ ແລະສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຕົນ​ເອງ​ແນ່ນອນ. ການ​ເວ​ລາ​ຈະ​ພິ​ສູດ​ເລື່ອງ​ນີ້​ແລະ​ສະ​ພາບ​ຄວາມ​ເປັນ​ຈິງ​ກໍ​ຈະ​ພິ​ສູດ​ເລື່ອງ​ນີ້​ເຊັ່ນ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ