ການ​ປະ​ຕິ​ບັດລັດ​ທິ​ປົກ​ປ້ອງ​​ຈະ​ບໍ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຈົນ​ເທົ່າ​ໃດໆ
2018-03-31 15:13:09  cri 
ວັນ​ທີ 31 ມີ​ນາ​ນີ້, ທ່ານວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງຫຼືGMSຄັ້ງ​ທີ6ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ການ​ເປີດ​ປະ​ຕູ​​ສູ່​ພາຍນອກເປັນ​ເສັ້ນ​ຊີ​ວິດແຫ່ງ​ການ​ພັດ​ທະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ຜົນ​ສຳ​ເລັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່ນ​ໄດ້​ມາ​ຈາກ​ການ​ເປີດ​ປະ​ຕູ, ຖ້າ​ຢາກ​ຍາດ​ເອົາ​ການ​ພັດ​ທະ​ນາຫຼາຍກວ່າ​ເກົ່າ​ໃນ​ຕໍ່​ໜ້າ​ກໍ​ຍັງ​ຕ້ອງ​ໄດ້​ອາ​ໄສ​ການ​ເປີດ​ປະ​ຕູ​ຄື​ເກົ່າ. ພວກ​ເຮົາ​ຄວນ​ສົ່ງ​ເສີມ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ເສ​ລີ​ແລະ​ສະ​ດວກຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ສະ​ໜັບ​ສະ​ໜູນ​ໂຄງ​ປະ​ກອບ​ການ​ຄ້າຫຼາຍ​ຝ່າຍ, ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໃຫ້​ຂະ​ຫຍາຍ​ຕົວ​ໄປ​ຕາມ​ທິດ​ທາງ​ທີ່​ເປີດ​ປະ​ຕູ,ກວມ​ລວມ,​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​​ຝ່າຍຕ່າງ​ໆ​ໂດຍ​ທົ່ວ​ໄປ,ສະ​ໝ່ຳ​ສະ​ເໝີ​ແລະ​ຕ່າງ​ຝ່າ​ຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ. ຊຸກ​ຍູ້​​ການ​ສຳ​ເລັດການ​ເຈ​ລະ​ຈາ​ສັນ​ຍາສາຍ​ພົວພັນຄູ່​ຮ່ວ​ມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ໃນ​ພາກ​ພື້ນໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້, ນຳ​ພາ​ການ​ສ້າງ​ລະ​ບົບ​ການ​ຄ້າ​ເສ​ລີ​ໃນ​ພາກ​ພື້ນ, ພະ​ຍາ​ຍາມ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ທຸ​ລະ​ກິດ​ໃຫ້​ດີ​ຂຶ້ນ, ເຮັດ​ໃຫ້​ບຸກ​ຄົນ​ແລະ​ອົງ​ການ​ໃນ​ຕະຫຼາດມີ​ການ​ພັດ​ທະ​ນາຫຼາຍ​ຂຶ້ນ, ເຮັດ​ໃຫ້​ປັດ​ໄຈ​ເສດ​ຖະ​ກິດ​ເຄື່ອນ​ໄຫຼຢ່າງ​ສະ​ດວກ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ.

ທ່ານ​ວາງ​ຢີ້​ເນັ້ນ​ວ່າ: ຈີນ​ໄດ້​ສົ່ງ​ເສີມ​ການ​ສ້າງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ​ມາ​ໂດຍ​ຕະຫຼອດ ແລະ​ຍຶດ​ໝັ້ນ​ການ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃນ​ການ​ເປີດ​ປະ​ຕູ, ຄັດ​ຄ້ານ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຢ່າງ​ເດັດ​ຂາດ. ການ​ປະ​ຕິ​ບັດ​ລັດ​ທິ​ປົກ​ປ້ອງ​ບໍ່​ພຽງ​ແຕ່​ຈະ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​ຜູ້​ອື່ນ​ເທົ່າ​ນັ້ນ ຍັງ​ບໍ່​ມີ​ຜົນ​ດີ​ຕໍ່​ຕົນ​ເອງ​ອີກ​ດ້ວຍ, ​ຈະ​ບໍ່​ໄດ້​ຮັບ​ຜົນ​ສຳ​ເລັດ​ຈົນ​ເທົ່າ​ໃດໆແລະ​ການ​ແກ້​ໄຂ​ຄວາດ​ຂັດ​ແຍ້ງ​ດ້ານ​ການ​ຄ້າ​ດ້ວຍ​ການ​ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ​ຕາມ​ລະ​ບຽບ​ການ​ສາ​ກົນ​ນັ້ນ​ຈິ່ງ​ຄື​ທາງ​ເລືອກ​ທີ່​ຖືກ​ຕ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ