ທ່ານ ວາງ​ຢີ້ ​ເຂົ້າ​ຢ້ຽມ​ຄຳ​ນັບ​ທ່ານ ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ
2018-03-31 16:35:16  cri 
ຕາມ​ຂ່າວCRI: ວັນ​ທີ 30 ມີ​ນາ​ນີ້, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ເຂົ້າ​ຢ້ຽມ​ຄຳ​ນັບທ່ານ ​ຮຸນ​ແຊນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈ​ຍ​ໃນ​ໄລ​ຍະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຫຼື GMS ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ.

ທ່ານ ວາງ​ຢີ້ ໄດ້ຝາກ​ຄວາ​ມ​ຢື້​ຢາມ​ຖາມ​ຂ່າວ​ຂອງ​ຜູ້​ນຳ​ຈີນ​ຕໍ່​ທ່ານ​ຮຸນ​ແຊນ. ທ່ານ​ກ່າວ​ວ່າ: ຈີນ​ຈະ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ໃນ​ການ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ທຳ​ຂອງ​ປະ​ເທດ​ຕົນ,ສະ​ໜັບ​ສະ​ໜູນກຳ​ປູ​ເຈຍ​ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​​ຢ່າງ​ສະ​ດວກ. ຈີນ​ຍິນ​ດີ​ລົງ​ເລິກ​ແລະ​ເປີດກວ້າງ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ,ເພີ່ມ​ທະ​ວີ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ການ​ປະ​ສານ​ງານ​ໃນ​ດ້າ​ນ​ວຽກ​ງານ​ຂອງ​ພາ​ກ​ພື້ນ,ເຊື່ອ​ວ່າ​ກຳ​ປູ​ເຈຍ​ກໍ່​ຈະ​ສືບ​ຕໍ່​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ຢ່າງ​ປອດ​ໃສ.

ທ່ານ ​ຮຸນ​ແຊນ ກ່າວ​ວ່າ: ຂອບ​ໃຈ​ຝ່າຍ​ຈີນ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ກຳ​ປູ​ເຈຍ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ,ເອ​ກະ​ລາດ​ແລະ​ກຽດ​ສັກ​ສີ​ຂອງ​ປະ​ເທດ​ຕົນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ​ກຳ​ປູ​ເຈຍ​ຫວັງ​ວ່າ​ຈະສາ​ມາດ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​​ລະ​ຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ຕ່າງໆ​ຕື່ມ​ອີກ. ​ກຳ​ປູ​ເຈຍ​ຍິນ​ດີ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ອາ​ຊຽນ-ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ