ປະ​ເທດ​ຢູ່​ລ້ອງ​ແມ່​ນ້ຳ​ຂອງ​ສາ​ມາດ​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-03-31 16:37:26  cri 
ຕາມ​ຂ່າວCRI: ວັນ​ທີ 30 ມີ​ນາ​ນີ້, ທ່ານ ວ​າງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ຕອບ​ຄຳ​ຖາມໃນ​​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຫຼື GMS ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ ກ່ຽວ​ກັບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຈະ​ນຳ​ເອົາ​ໂອ​ກາດ​ມາ​ໃຫ້​ແກ່​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ​ໂດຍ​ສະ​ເພາະ​ແມ່ນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ.

ທ່ານ ວາງ​ຢີ້ ກ່າວ​ວ່າ: "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແມ່ນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ທີ່​ຈີນ​ສະ​ໜອງ​ໃຫ້​ແກ່​ທົ່ວ​ໂລກ,ແມ່ນ​ຂໍ້​ລິ​ເລີ່ມ​​ທີ່​ສຸມ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົ​ນ​ປະ​ໂຫຍດ,ຈາກ​ການ​ເລີ່ມ​ຕົ້ນ​ກໍ່​ໄດ້​ຍຶດ​ໝັ້ນ​ຫຼັກ​ການປຶກ​ສາ​ຫາ​ລື​ຮ່ວມ​ກັນ,​ກໍ່​ສ້າງ​ແລະ​ຊົມ​ໃຊ້​ຮ່ວມ​ກັນ. ສະ​ນັ້ນ, ການ​ຮ່ວມ​ມື​ຂອງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ມີ​ລັກ​ສະ​ນະ​ສະ​ເໝີ​ພາບ,ເປີດ​ປະ​ຕູ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດຢ່າງ​ຈະ​ແຈ້ງ.

ໃນ​ປະ​ຫວັດ​ສາດ,ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງກໍ່​ແມ່ນ​ສະ​ຖານ​ທີ່​ເຊື່ອມ​ຕໍ່ "ແລວ​ເສດ​ຖະ​ກິດ​​ເສັ້ນ​ທາງ​ສາຍ​ໄໝ" ກັບ "ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລສະ​ຕະ​ວັດ​ທີ 21", ໃ​ນ​ຊຸມ​ມື້​ນີ້, ສາ​ມາດ​ກາຍ​ເປັນ​​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ". 5 ປະ​ເທດ​ອະ​ນຸ​ພາ​ກ​ພື້ນ​ລ້ວນ​ແຕ່​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ກັບ​ຈີນ, ລ້ວນ​ແຕ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ສຸດຍອດ​ການ​ຮ່ວມ​ມື​ສາ​ກົນ "ໜຶ່​ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຄັ້ງ​ທຳ​ອິດ, ໂຄງ​ການ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ຕ່າງໆ​ເຊັ່ນ: ທາງ​ລົດ​ໄຟ​ຈີນ-ລາວ, ທາງ​ລົດ​ໄຟ​ຈີນ-ໄທ, ການ​ຂົນ​ສົ່ງ​ຮ່ວມ​ທາງ​ບົກ​ແລະ​ທາງ​ນ້ຳລະ​ຫວ່າງ​ຈີນ-ມຽນ​ມາ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ຕັ້ງ​ໜ້າ. ສະ​ນັ້ນ, ປະ​ເທດ​ຢູ່​ລ້ອງ​ແມ່​ນ້ຳ​ຂອງ​ບໍ່​ພຽງ​ແຕ່​ແມ່ນ​ຜູ້​ເຂົ້າ​ຮ່ວມ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ​ກ່ອນ​ໝູ່,ກໍ່​ແມ່ນ​ປະ​ເທດ​ທີ່ໄດ້​ຮັບ​ຜົນ​ປະ​ໂຫຍດ​ກ່ອນ​ໝູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ