ທ່ານ ວາງ​ຢີ້: ຈີນ​ໃນ​ຍຸກ​ໃໝ່​ຈະ​ເປີດ​ຊ່ອງວ່າງ​ໃໝ່​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ
2018-03-31 17:02:30  cri 
ຕາມ​ຂ່າວCRI: ວັນ​ທີ 30 ມີ​ນານີ້, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວ​​ປາ​ໄສ​ໃນໂອ​ກາດເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​​ນ້ຳ​ຂອງ​ຫຼື GMS ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ່ຍ​ປະ​ເທດ​ຫວຽດ​ນາມ​.

ທ່ານ ວາງ​ຢີ້ ກ່າວ​ວ່າ, ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ສາ​ກົນ​ແລະ​ເສດ​ຖະ​ກິດ​ໂລກ​ພວມ​ເກີດ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ, ການ​ພັດ​ທະ​ນາ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ກໍ່​ໄດ້​ຜະ​ເຊີນ​ກັບ​ໂອ​ກາດ​ການ​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ຂໍ​ຖືໂອ​ກາດ​ນີ້​ສົ່ງ​ຂໍ້​ມູນ​ຂ່າວ​ສານ 3 ຂໍ້​ຕໍ່​ເພື່ອນ​ມິດ​ທັງ​ຫຼາຍ​ໃນວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າຄື:

ທີ​ໜຶ່ງ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ເຂົ້າ​ສູ່​ຍຸກ​ໃໝ່,ຈະ​ສືບ​ຕໍ່ສະ​ໜອງ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ. ພວກ​ຂ້າ​ພະ​ເຈົ້າ​ຈະ​ຍຶດ​ໝັ້ນ​ທັດ​ສະ​ນະ​ຄະ​ຕິ​ໃໝ່ທີ່​ມີ​ການ​ປະ​ດິດ​ສ້າງ​ໃໝ່,ການ​ປະ​ສານ​ງານ,ສີ​ຂຽວ,ການ​ເປີດ​ປະ​ຕູ,ແລະການ​ຊົມ​ໃຊ້​ຮ່ວມ​ກັນ,ຊຸກ​ຍູ້​ເສດ​ຖະ​ກິດ​ຈີນ​ໃຫ້​ພັດ​ທະ​ນາ​ຢ່າງ​ມີຄຸນ​ນະ​ພາບ​ສູງ​ຢ່າງວ່ອງ​ໄວ.

ອັນທີ​ສອງ,ຈີນ​ຈະ​ເປີດກວ້າງ​ການ​ເປີດ​ປະ​ຕູ່​ສູ່​ພາຍນອກ​ຕື່ມ​ອີກ,ເພື່ອ​ສ້າງ​ໂອ​ກາດ​ໃຫ້​ແກ່​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ​ກໍ່​ຄື​ທົ່ວ​ໂລກ​ໃຫ້​ຫຼາຍກວ່າ​ເກົ່າ. ປະ​ຕູ​ຂອງ​ຈີນ​ບໍ່​ປິດ​ຈັກ​ເທື່ອ,ແລະ​ຈະ​ນັບ​ມື້​ນັບ​ເປີດກວ້າງ​ອອກ.ພວ​ກ​ຂ້າ​ພະ​ເຈົ້າ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຄ້າ​ແລະ​ການ​ລົງ​ທຶນ​ແບບ​ມີ​ຄວາມ​ເສ​ລີ​ແລະ​ຄວາມ​ສະ​ດວກ​ໃນ​ລະ​ດັບ​ສູງ,ຜ່ອນ​ຄາຍ​ນະ​ໂຍ​ບາຍອະ​ນຸ​ມັດ​ໃຫ້​ເຂົ້າ​ຕະ​ຫຼາດ​ຢ່າງ​ຫຼວງ​ຫຼາຍ,ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຂະ​ແໜງ​​ການ​ບໍ​ລິ​ການ​ໂດຍ​ສະ​ເພາະ​ແມ່ນ​ຂະ​ແໜງ​ການ​ທະ​ນາ​ຄານ,ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ,ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ,ແລະສ້າງ​ສ​ະ​ພາບ​ແວດ​ລ້ອມ​ດ້ານ​ການ​ຄ້າ​ ​ສາ​ກົນລະ​ດັບ​ໜຶ່ງ.

ແລະ​ອັນ​ສຸດ​ທ້າຍ, ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ທີ່​ສຳ​ຄັນ​ຂອງ​ອະ​ນຸ​ພາກ​ພື້ນ,ການ​ພັດ​ທະ​ນາ​ຂອງຈີນ​ໄດ້​ມີ​ສ່ວນກ່ຽວ​ພັນ​ກັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ,ມີ​ຊາ​ຕາ​​ກຳ​ຮ່ວມ​ກັນ.ການ​ພັດ​ທະ​ນາ​ຂອງ​ຈີນ​ອາ​ໄສ​ປະ​ເທດ​ຢູ່​ອ້ອມ​ຂ້າງ ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ໄດ້​ຮັບ​ນັ້ນ​ກໍ່​ຈະ​ນຳ​ເອົາ​ມາ​ໃຫ້​ແກ່​ປະ​ເທດ​ອ້ອມ​ຂ້າງກ່ອນ, ປະ​ເທດ​ອ້ອມ​ຂ້າງ​ກໍ່​ຈະ​ໄດ້​ຮັບ​ຜົນກຳ​ໄລຈາກ​ການ​ເປີດ​ປະ​ຕູ​ຂອງ​ຈີນ​.ຈີນ​ຈະ​ລົງ​ເລິກ​ການ​ພົວ​ພັນ​ກັບ​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້​ນ​ໂດຍ​ຕາມ​ທັດ​ສະ​ນະ​ຄະ​ຕິ​ທີ່ສະໜິດສະໜົມ​ກັນ, ຈິງ​ໃຈ​ຕໍ່​ກັນ, ​ໃຫ້​ບຸລິມະສິດ​ແກ່​ກັນ, ກວມ​ລວມ ແລະ​ທິດ​ທາງ​ຖານ​ບ້ານ​ໃກ້ເຮືອນ​ຄຽງ​ທີ່​​ດີ​ແລະເປັນ​ເພື່ອ​ນ​ມິດ​ທີ່​ດີ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ໝູ່​ຄູ່,ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ທີ່​ແທ້​ຈິງ,ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ນີ້​ແລະ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ. ຍິນ​ດີ​ຕ້ອນ​ຮັບ​ປະ​ເທດ​ຢູ່​ອະ​ນຸ​ພາກ​ພື້ນ​ຂີ່​ລົດ​ໄວ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ​,ຊຸກ​ຍູ້​ອະ​ນຸ​ພາກ​ພື້ນ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ໝັ້ນ​ທ່ຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ