ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ
2018-04-01 10:43:52  cri 
ວັນ​ທີ 31 ມີ​ນາ​ຜ່ານ​ມາ, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ.

ທ່ານ​ຫວາ​ງ​ຢີ້ໄດ້​ຝາກ​ຄວາມ​ຢ້ຽມ​ຢາມ​ຖາມ​ຂ່າວ​ຂອງ​ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄປ​ຍັງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ. ​ທ່ານ​ຫວາງ​ຢີ້​ຍັງ​ໄດ້​ແຈ້ງ​ຜົນ​ງານ​ສຳ​ຄັນ​ຂອງກອງ​ປະ​ຊຸມ​ສອງ​ສະ​ພາ​ຈີນ​ໃຫ້​ຊາບ ແລະ​ກ່າວ​ວ່າ ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ, ການ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ຄັ້​ງ​ທຳ​ອິດ​ຂອງສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​​ກໍ​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ລາວ ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຖາ​ນະ​ສຳ​ຄັນ​ພິ​ເສດ​ຂອງ​ປະ​ເທດ​ລາວ​ໃນ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຂອງ​ຈີນ​ກັບ​ປະ​ເທດ​ອ້ອມ​ຂ້າງ. ຜູ້​ນຳ​ສອງ​ພັກ ສອງ​ລັດ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ເຊິ່ງໄດ້​ຊີ້​ແຈງ​ທິດ​ທາງ​ໃຫ້​ແກ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ. ສອງ​ຝ່ອຍ​ຈະ​ກຳ​ແໜ້ນ​ສາຍຫຼັກ ຄື​ໝາກ​ຜົນ​ແຫ່ງ​ການ​ຢ້ຽມ​ຢາ​ມ​ປະ​ເທດ​ລາວ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ວາງ​ແຜນ​ ແລະ​ປະ​ຕິ​ບັດການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ໃຫ້​ດີ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ຢ່າງ​ຮອບ​ດ້ານ, ຈັດ​ຕັ້ງ​ປະ​ຕິ​ບັດ​ຄູ່​ຮ່ວມ​ຊາ​ຕາ​ກຳ​ໃຫ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ທາງ​ລົດ​ໄຟ​ຈີນ​ລາວ​ເປັນ​ໂຄງ​ການ​ສັນ​ຍະ​ລັກ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ, ກໍ​ແມ່ນ​ຜົນ​ງານ​ຕົວ​ຈິງ​ທີ່​ຈີນ​ກັບ​ປະ​ເທ​ດ​ອ້ອມ​ຂ້າງເຊື່ອມ​ຈອດ​​​ທາງຍຸດ​ທະ​ສາດການ​ພັດ​ທະ​ນາ​ພາຍ​ໃຕ້​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຫວັງ​ວ່າ​ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ ເພື່ອ​ຮັບ​ປະ​ກັນ​ໃຫ້​ໂຄງ​ການ​ດັ່ງ​ກ່າວ​​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ສະ​ດວກ.

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ຈີນ ແລະ​ລາວ​ເປັນ​ປະ​ທານ​ຮ່ວມ​ຂອງ​ຂອບ "ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ", ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ລາວ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ກັນ, ຊຸກ​ຍູ້​ໃຫ້​ການ​ຮ່ວ​ມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ພັດ​ທະ​ນາໄດ້​ດີກວ່າ​ເກົ່າ. ລາວ​ເປັນ​ປະ​ເທດ​ສະ​ມາ​ຊິກ​ສຳ​ຄັນ​ຂອງ​ອາ​ຊຽນ, ເຊື່ອ​ໝັ້ນ​ວ່າ​ລາວ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ຂະ​ບວນ​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ຕາງ​ໜ້າ​ພັກ ລັດ​ຖະ​ບານ ແລະ​ປະ​ຊາ​ຊົນ​ລາວ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ອີກ​ຄັ້ງ​ໜຶ່ງ​ຕໍ່​ການ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ກໍ​ຄື​ກອງ​ປະ​ຊຸມ​ສອງ​ສະ​ພາ​​ຈີນ​ຢ່າງ​ສຳ​ເລັດ​ຜົນ ໂດຍ​ກ່າວ​ວ່າ ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ກາງ​ນັ້ນ, ພາ​ລະ​ກິດ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຍ່ອມ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍກວ່​າ​ເກົ່າ​ຢ່າງ​ບໍ່​ຢຸດ​ຢັ້ງ, ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ລາວ​ກັບ​ຈີນ​ກໍ​ຈະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ​ເລື້ອຍໆ. ນັບແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ​ໄດ້​ຮັບ​ຄວາ​ມ​ຄືບ​ໜ້າ​ຢ່າງ​ສະ​ດວກ, ປະ​ຊາ​ຊົນ​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ຮ່ວມ​ກັນ. ຝ່າຍ​ລາວ​ຫວັງ​ຢາກ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ກັບ​ຝ່າຍ​ຈີນ​ຢ່າງ​ໃກ້​ຊິດ, ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ເຊື່ອມ​ຈອດ​ກັນ. ຝ່າຍ​ລາວ​ດີ​ໃຈທີ່​ຮ່ວມ​ກັບ​ຝ່າຍ​ຈີນ​ເປັນ​ປະ​ທານ​ຮ່ວມ​ຂອງ​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ຍິນ​ດີ​ປະ​ສານ​ສົມ​ທົບ​ກັບ​ຝ່າຍ​ຈີນ​ຢ່າງ​ໃກ້​ຊິດ, ຊຸກ​ຍູ້​ການ​ຮ່ວມ​ມືແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍກວ່າ​ເກົ່າ, ທັງ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ຊຽນ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​​ໜັກ​ແໜ້ນ ແລະ ​ປອດ​ໃສ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ