ລົດ​ໄຟ​ຄວາມ​ໄວ​ສູງ​ປັກ​ກິ່ງ​- ສົງ​ອ່ານ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ເຖິງ 5 ແສນ​ເທື່ອ​ຄົນ
2018-04-01 14:30:36  cri 


ວັນ​ທີ 1 ເມ​ສາ​ນີ້​ເປັນ​ວັນ​ ​ຄົບ​ຮອບ 1 ປີທີ່​ຈີນ​ສະ​ເໜີສ້າງ​ຕັ້ງ​ເມືອງ​ໃໝ່​ສົງ​ອ່ານ​ຢູ່​ແຂວງ​ເຫີ​ເປີຍ. ​ເລີ່ມແຕ່​​ເປີດ​ນຳ​ໃຊ້ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ 2 ຄູ່​ຈາກນະ​ຄອນຫຼວງ​ປັກ​ກິ່ງ​ຮອດ​​ເມືອງ​ປາວ​ຕິ້ງ​ໂດຍ​ຜ່ານ​ເມືອງ​ໃໝ່​ຊົງ​ອ່ານ​ໃນ​ເດືອນ​ກໍ​ລະ​ກົດ​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ​ໄດ້​ປາ​ກົດ​ມີ​ກະ​ແສ​ຜູ້​ໂດຍ​ສານ​ປະ​ຈຳລະ​ຫວ່າງ​ນະ​ຄອນຫຼວງ​ປັກ​ກິ່ງ​ກັບ​ເມືອງ​ໃໝ່​ສົງ​ອ່ານ​ເພື່ອ​ຢ້ຽມ​ຢາມ​ຍາດ​ພີ່​ນ້ອງ, ເຮັດ​ວຽກ, ດຳ​ເນີນ​ທຸ​ລະ​ກິດ ແລະ​ທ່ອ​ງ​ທ່ຽວ.


ມາ​ຮອດ​ວັນ​ທີ 30 ມີ​ນາ​ຜ່ານ​ມາ, ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ 2 ຄູ່ລະ​ຫວ່າງ​ປັກ​ກິ່ງ-​ສົງ​ອ່ານ​ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ປະ​ມານ 4ແສນ 9 ໝື່ນ​ເທື່ອ​ຄົນ.


ໃນ​ທ້າຍ​ເດືອນ​ກຸມ​ພາ​ປີ​ນີ້, ທາ​ງ​ລົດ​ໄຟ​ລະ​ຫວ່າງ​ນະ​ຄອນຫຼວງ​ປັກ​ກິ່ງ​ຮອດ​ເມືອງສົງ​ອ່ານ​ແຂ​ວງ​ເຫີ​ເປີຍ​ໄດ້​ລົງ​ມື​ກໍ່​ສ້າງ​ຢ່າງ​ເປັນ​ທາງ​ການ. ເຊິ່ງ​ໂຄ​ງ​ການ​ດັ່ງ​ກ່າວ​ເປັນ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ຂະ​ໜາດ​ໃຫຍ່​ທຳ​ອິດ​ໃນ​ການ​ກໍ່​ສ້າງ​ເມືອງ​ໃໝ່​ສົງ​ອ່ານ, ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ​ຂີ່​ລົດ​ໄຟ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ໄປ​ເມືອງ​ໃໝ່​ສົງ​ອ່ານ​ຈະ​ໃຊ້​ເວ​ລາ​ພຽງ​ແຕ່ 30 ນາ​ທີ​ເທົ່າ​ນັ້ນ. ທາງ​ລົດ​ໄຟ​ທີ່​ອອກ​ແບບ​ຄວາມ​ໄວ 250 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງສາຍ​ນີ້​ຈະ​ເປີດ​ບໍ​ລິ​ການ​ໃນ​ເວ​ລາ​ດຽວ​ກັນ​ກັບ​ສະ​ໜາມ​ບິນ​ແຫ່ງ​ໃໝ່​ໃນ​ເດືອນ​ກັນ​ຍາ​ປີ 2019.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ