ນະ​ຄອນການ​ທະ​ນາ​ຄານ​ລອນດອນ​ຍິນ​ດີ​ຊ່ວຍ​​ເມືອງໃໝ່​ສົງ​ອ່ານບັນ​ລຸ​ການ​ພັດ​ທ​ະ​ນາ​ແບບ​ສ​ມາດ
2018-04-01 12:56:30  cri 
​​ຫວ່າງ​ກ່ອນນີ້​ບໍ່​ດົນ ໃນ​ເວ​ລາ​ໃຫ້​ສຳ​ພາ​ດ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ທ່ານ​ຊາ​ເອີ​ສ ໂບ​ມັນ ເຈົ້າ​ຄອງ​​ນະ​ຄອນ​ການ​ທະ​ນາ​ຄານ​ລອນດອນ​​ປະ​ເທດອັງ​ກິດ​ກ່າ​ວ​ວ່າ, ​ນະ​ຄອນການ​ທະ​ນາ​ຄານ​ລອນດອນມີ​ບົດ​ຮຽນ​ອັນ​ອຸ​ດົມ​ສົມ​ບູນ​ໃນ​​ການ​ສ້າງ​ຕົວ​ເມືອງ​ແບບ​ສ​ມາດ, ຫວັງ​ວ່າ​ສາ​ມາດ​ຊ່ອຍ​​ເມືອງໃໝ່​ສົງ​ອ່ານບັນ​ລຸການ​ພັດ​ທະ​ນາ​ແບບ​ສ​ມາດ​ແລະ​ສີ​ຂຽວ.

ທ່ານບອກ​ນັກ​ຂ່າວ​ວ່າ, ໃນ​ຖາ​ນະ​ເປັນ​ຝ່າຍ​ກໍ່​ສ້າງນະ​ຄອນ​ການ​ທະ​ນາ​ຄານລອນດອນ, ກຸ່ມ​ທ່າ​ເຮືອ​ຄາ​ນາ​ຣີ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ກັບ​ເຂດ​ໃໝ່​ສົງ​ອ່ານ​ໃນ​ເດືອນ​ມັງ​ກອນ​ປີນີ້,ຄອງ​ຄອຍ​ຮ່ວມ​ກັບ​​ຄູ່​ຮ່ວມ​ມື​ຂອງ​ຈີນ​ຮ່ວມກັນ​ຊົມ​ໃຊ້​ບົດ​ຮຽນ​ການ​ສ້າງ​ສາ​​ນະ​ຄອນການ​ທະ​ນາ​ຄານ​ລອນດອນ. ຂະ​ນະ​ດຽວ​ກັນ, ​ນະ​ຄອນລອນດອນ​ຍິນ​ດີ​ນຳ​ເອົາ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ​ຄື ການ​ທະ​​ນາ​ຄານ​ແລະ​ການ​ບໍ​ລິ​ການ​ເປັນ​ຕົ້ນ​ຂອງ​ຕົນ​ທີ່​ສະ​ສົມ​ມາ​ເປັນ​ເວ​ລາ​ຫຼາຍ​ປີ​ນຳ​ມາ​ໃຫ້​ຈີນ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ກໍ່​ສ້າງ​ຕົວ​ເມືອງ​ແບບ​ສ​ມາດ​ຂອງ​ຈີນ ກໍ​ຄື​ຂອງ​ໂລກ.

ທ່ານ​ໂບ​ມັນ​ກ່າວ​ວ່າ, ​ເມືອງ​ສົງ​ອ່ານ​ອາດ​ສາ​ມາດ​ຈະ​ກາຍ​ເປັນ​ສູນ​ການ​ທະ​ນາ​ຄານ​ຕີ​ຈິ​ດອນ​ແລະ​ສູນ​ປະ​ດິດຄິດສ້າງ​ໃໝ່​ອັນ​ດັບ​ໜຶ່ງ​ໃນ​ໂລກ, ສ່ວນ​​ນະ​ຄອນ​ການ​ທະ​ນາ​ຄານ​ລອນດອນ​ມີ​ທ່າ​ແຮງ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ, ຍິນ​ດີ​ສະ​ໜອ​ງ​ບົດ​ຮຽນ​ທີ່​ດີ​ແລະ​ການ​ບໍ​ລິ​ການ​ດ້ານ​ການ​ປະ​ດິດ​ສ້າງໃໝ່​ທີ່​ຄົບ​ຖ້ວນ​ໃຫ້​ແກ່​​ເມືອງ​ໃໝ່​ສົງ​ອ່ານ​ໃນ​ຂົງ​ເຂດ​ຕ່າງໆ​ຄື ວາງ​ແຜນ​ຜັງ​​ເມືອງ, ຄົ້ນ​ຄວ້າ​ພັດ​ທະ​ນາ, ລະ​ດົ​ມທຶນ, ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ