ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ຫວຽດ​ນາ​ມ​ພົບ​ປະ​ຫາ​ລື​ກັນ
2018-04-02 10:04:32  cri 
ວັນ​ທີ 1 ເມ​ສາ​ນີ້, ທ່ານ​ວາງ​ຢີ້ ​ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ທີ່​ກຳ​ລັງ​ຢ້ຽມ​ຢາມ​ຫວຽດ​ນາມຢ່າງ​ເປັນ​ທາງ​ການ​​ໄດ້​ພົບ​ປະ​ຫາ​ລື​ກັບ​ທ່ານ​ຟາມ​ບິງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ.

ທ່ານ​ວາງ​ຢີ້​ຢືນ​ຢັນ​ວ່າ: ພັກ​ແລະ​ລັດ​ຖະ​ບານຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ພົວ​ພັນ​ຈີນ-ຫວຽດ​ນາມ. ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ-ຫວຽດ​ນາມ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ພາຍ​ໃຕ້​ການ​ນຳ​ຈາກ​ຍຸດ​ທ​ະ​ສາດ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ​ສອງ​ລັດ, ການ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ. ສອງ​ຝ່າຍ​ຄວນ​ວາງ​ແຜນ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ກັນ​ລະ​ຫວ່າງ​ພັກ,ວຽກ​ງານ​ປ້ອງ​ກັນ​ຊາດ,ການ​ປະ​ຕິ​ບັດ​ກົດ​ໝາຍ​​ແລະລະ​ຫວ່າງ​ທ້ອງ​ຖິ່ນ. ເລັ່ງ​ລັດ​ການ​ເຊື່ອມ​ຕໍ່​ຢ່າງ​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ກັບ "ສອງ​ແລວ​ໜຶ່ງວົງ"​ຄືແລວ​ເສດ​ຖະ​ກິດ​ຄຸນ​ມິງ-ຮ່າ​ໂນ້ຍ,ແລວ​ເສດ​ຖະ​ກິດ​ນານ​ນິງ-ຮ່​າ​ໂນ້ຍ,ວົງ​ເສດ​ຖະ​ກິດ​ອ່າວ​ເປີຍ​ປູ້, ຊຸກ​ຍູ້​ການ​ປະ​ຕິ​ບັດ​ໂຄງ​ການ​ສຳ​ຄັນ​ຕ່າງໆ​ເປັນ​ຕົ້ນ​ພື້ນ​ຖານ​ໂຄງ​ລ່າງ,ກຳ​ລັງ​ການ​ຜະ​ລິດ,ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ຊາດ​ແລະ​ອື່ນໆ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ. ຮັດ​ແໜ້ນ​ການແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ມະ​ນຸດ​ລະ​ຫວ່າງ​ສອງ​ຊາດ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ໃຫ້​ເໝາະ​ສົມ, ເພີ່ມ​ພື້ນ​ຖານ​ປະ​ຊາ​ມະ​ຕິ​ແຫ່ງ​ການ​ພົວ​ພັນ​ສອງ​ຝ່າຍ​ໃຫ້​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ.

ທ່ານ​ຟາມ​ບິງ​ມິງ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ຈີນ​ທີ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ກອ​ງ​ປະ​ຊຸມ​ສອງ​ສະ​ພາ ທັງ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຈີນ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ. ຫວຽດ​ນາມ​ຍິນ​ດີ​ປະ​ສານ​ສົມ​ທົບ​ກັບ​ຈີນ​ຢ່າງ​ໃກ້​ຊິດ, ຊຸກ​ຍູ້​ການ​ຮ່​ວມ​ມື​ທີ່​ຕິດ​ແທ້​ຕົວ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ​ແລະ​ການ​ແລ​ກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ການ​ພົວ​ພັນມິດ​ຕະ​ພາບ​​ແລະ​ການ​ຮ່ວມ​ມືຫວຽດ​ນາມ-ຈີນ​ໃຫ້​ຂະ​ຫຍາຍ​ຕົວ​ແລະ​ປະ​ສົບ​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ