ສ ເກົາຫຼີ​ອາ​ເມ​ລິ​ກາ​ເປີດ​ການຊ້ອມ​ຮົບ​ຮ່ວມ​ທີ່​ເອີ້ນ​ວ່າ "ແຮ້ງ"
2018-04-02 10:37:14  cri 
ກອງ​ທັບ​ສ ເກົາຫຼີ​ແລະ​ອາ​ເມ​ລິ​ກາ​ໄດ້​ເປີດ​ການ​ຊ້ອມ​ຮົບ​ຮ່ວມ​ພາຍ​ໃຕ້​ລະ​ຫັດ "ແຮ້ງ"ໃນ​ວັນ​ທີ 1 ເມ​ສາ​ນີ້. ຕາມ​ແຜນ​ການ, ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 4 ອາ​ທິດ, ທຽບ​ໃສ່​ທຸກ​ປີ​ຜ່ານ​ມາ ເວ​ລາ​ການ​ຊ້ອມ​ຮົບ​ໄດ້ຫຼຸດ​ລົງ​ເຄິ່ງ​ໜຶ່ງ. ຂ່າວ​ສານ​ໂຢນ​ຮັບ​ສ ເກົາຫຼີ​ລາຍ​ງານ​ວ່າ: ສ ເກົາຫຼີ​ໄດ້​ສົ່ງ​ທະ​ຫານປະ​ມານ 300.000 ​ຄົນ ແລະ​ອາ​ເມ​ລິ​ກາ​ສົ່ງ​ທະ​ຫານປະ​ມານ 11.500 ຄົນ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຄັ້ງ​ນີ້.

​ຕາມ​ປົກ​ກະ​ຕິ​ແລ້ວ, ການ​ຊ້ອມ​ຮົບ​ຮ່ວມ"ແຮ້ງ"ຈັດ​ຂຶ້ນ​ໃນ​ຕົ້ນ​ເດືອນ​ມີ​ນາ​ແຕ່​ລະ​ປີ ໂດຍ​ດຳ​ເນີນ​ໄປ​ເປັນ​ເວ​ລາ​ປະ​ມານ 2 ເດືອນ. ແຕ່​ສຳ​ລັບ​ປີ​ນີ້, ສອງ​ປະ​ເທດ​ໄດ້​ຕັດ​ສິ​ນ​ເລື່ອນ​ເວ​ລາ​ຈັດ​ການ​ຊ້ອມ​ຮົບ​ຮ່ວມ​ໂດຍ​ຈັດ​ຂຶ້ນຫຼັງ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ພຽງ​ຊາງສິ້ນ​ສຸດ​ລົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ