ທ່ານ​ວາງ​ຢີ້​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ
2018-04-02 16:31:55  cri 
​ນັບແຕ່​ວັນ​ທີ 1 ຫາ​ວັນ​ທີ 2 ເມ​ສາ​ນີ້, ທ່ານ​ຫງວຽນ​ຟູ​ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ເຈິນ​ດາຍກວາງ ປະ​ທານ​ປະ​ເທດ​ຫວຽດ​ນາມ,ທ່ານ​ຫງວຽນ​ຊຸນ​ຟຸກ  ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນ​າມ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໂອ​ກາດ​ທີ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ.

ໂອ​ກາດ​ນີ້, ທ່ານ​ຫງວຽນ​ຟູ​ຈອງ​ໄດ້​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ​ຕໍ່​ຈີນ​ທີ່​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ກອງ​ປະ​ຊຸມ​ສອງ​ສະ​ພາ ທັງ​ຢືນ​ຢັນ​ວ່າ​ຫວຽດ​ນາມ​ຊົມ​ເຊີຍ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ຈີນ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເພື່ອ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ. ຫວຽດ​ນາມ-ຈີນ​ເປັນ​ປະ​ເທດ​ເພື່ອນ​ບ້ານ​​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ, ລ້ວນ​ແຕ່​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ສອງ​ປະ​ເທດ​ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ບໍ່​ສາ​ມັກ​ຄີ​ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ. ປັດ​ຈຸ​ບັນ, ສາຍ​ພົວ​ພັນ​ຫວຽດ​ນາມ-ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫ​ຍາຍ​ຕົວ​ເປັນ​ຢ່າງ​ດີ, ຫວຽດ​ນາມ​ຍິນ​ດີ​ເລັ່ງ​ລັດ​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ກັບ "ສອງ​ແລວ​ໜຶ່ງວົງ"​ຄືແລວ​ເສດ​ຖະ​ກິດ​ຄຸນ​ມິງ-ຮ່າ​ໂນ້ຍ,ແລວ​ເສດ​ຖະ​ກິດ​ນານ​ນິງ-ຮ່​າ​ໂນ້ຍ,ວົງ​ເສດ​ຖະ​ກິດ​ອ່າວ​ເປີຍ​ປູ້, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ສອງ​ຝ່າຍ. ສອງ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕາມ​ຈິດ​ໃຈ "ສະ​ຫາຍບວກ​ອ້າຍ​ນ້ອງ" ໃນ​ການ​ແກ້​ໄຂ​ບັນ​ຫາ​ທາງ​ທະ​ເລ​ໃຫ້​ເໝາະ​ສົມ​ເພື່ອ​ບໍ່​ໃຫ້​ກະ​ທົບ​ເຖິງ​​ຜົນ​ປະ​ໂຫຍດ​ລວມ​ຂອງສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

ໃນ​ໂອ​ກາດ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ວາງ​ຢີ້, ທ່ານ​ເຈິນ​ດາຍກວາງ​ກ່າວ​ວ່າ: ປີ​ຜ່ານ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມ​ຫວຽດ​ນາມ​ໂດຍ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ເຊິ່ງ​ໄດ້​ຊຸກ​ຍູ້​ຄວາມ​ໄວ້​ເນື້ອ​ເຊື່ອ​ໃ​ຈ​ກັນ​ທາງ​ການ​ເມືອງ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ, ການ​ພົວ​ພັນ​ຫວຽດ​ນາມ-ຈີນ​ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ສະ​ຖາ​ນະ​ການ​ສາ​ກົນ​ທີ່​ປັ່ນ​ປ່ວນແລະ​ສັບ​ສົນ​ໃນ​ປັດ​ຈຸ​ບັນ, ຫວຽດ​ນາມ​ຍິນ​ດີ​ຮ່ວມ​ກັບ​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ພັກ​, ເຮັດ​ໃຫ້​ມິດ​ຕະ​ພາບ​ຫວຽດ​ນາມ-ຈີນ​ທີ່​ເປັນ​ມູນ​ເຊື້ອ​ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ໂອ​ກາດ​​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ວາງ​ຢີ້, ທ່ານ​ຫງວຽນ​ຊຸນ​ຟຸກ ກ່າວ​ວ່າ: ຫວຽດ​ນາມ​ຈະ​ຈັດ​ເອົາ​ສາຍ​ພົວ​ພັນ​ຫວຽດ​ນາມ-ຈີນ​ໄວ້​ຢູ່​ຖາ​ນະ​ບູ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຕົນ ແລະ​ຫວັງ​ວ່າ ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ຈະ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າ​ງ​ບໍ່​ຢຸດ​ຢັ້ງ.

ທ່ານ​ວາງ​ຢີ້​ກ່າວ​ວ່າ: ປີ​ຜ່ານ​ມາ, ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມ​ຫວຽດ​ນາມ​ເປັນ​ຄັ້ງ​ປະ​ຫວັດ​ສາດ ເຊິ່ງ​ໄດ້​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ​ໃຫ້​ປາ​ກົດ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ໂອ​ກາດ​ທີ່​ຄະ​ນະ​ລັດ​ຖະ​ບານ​ຈີນ​ຊຸດ​ໃໝ່​ຫາ​ກໍ່​ສ້າງ​ຕັ້ງ​ຂຶ້ນ, ກໍ​ໄດ້​ແຕ່ງ​ຕັ້ງ​ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ຈະ​ສືບ​ຕໍ່​ຈັດ​ເອົາ​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ​ໄວ້​ໃນ​ຖາ​ນະ​ສຳ​ຄັນ​ໃນ​ທົ່ວ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ. ສອງ​ຝ່າຍ​ຄວນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຜົນ​ງານ​ສຳ​​ຄັນຂອງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ​ຕື່ມ​ອີກ, ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທາງ​ການ​ເມືອງ​ທີ່​ສຳ​ຄັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ສອງ​ປະ​ເທດ​ໃຫ້​ເປັນ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ກຳ​ແໜ້ນ​ໂອ​ກາດ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ກັນ​ລະ​ຫວ່າງ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ກັບ "ສອງ​ແລວ​ໜຶ່ງວົງ"​, ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ໃຫ້​ການ​ຮ່ວມ​ມື​ຕົວ​ຈິງ​ຂະ​ຫຍາຍ​ຕົວແລະ​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ. ສອງ​ຝ່າຍ​ຄວນ​ແກ້​ໄຂ​ບັນ​ຫາ​ອ່ອນ​ໄຫວ​ຕ່າງໆ​ເປັນ​ຕົ້ນ​ບັນ​ຫາ​ທາງ​ທະ​ເລ​ຢ່າງ​ໜັກ​ແໜ້ນ​ແລະ​ສຸ​ຂຸມ​ຮອບ​ຄອບ, ປັບ​ປຸງ​ແລະ​ເພີ່ມ​ທະ​ວີ​ພື້ນ​ຖານ​ປະ​ຊາ​ມະ​ຕິ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ​ຮັບ​ປະ​ກັນ​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ​​ໃຫ້ຂະ​ຫຍາຍ​ຕົວ​ໄປ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ​ວາງ​ຢີ້​ຍັງ​ໄດ້​ພົບ​ປະ​ຫາ​ລື​ກັບ​ທ່ານ​ຟາມ​ບິງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຫວຽດ​ນາມ​ແລະ​ຮ່ວມ​ກັນ​ຖະ​ແຫຼງ​ຂ່າວ​ຕໍ່​ສື່ມວນ​ຊົນ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ