ຈີນ​ຢຸດຕິ​ການຫຼຸດພາສີ​ໃຫ້​ແກ່​ສິນຄ້າ​ອາ​ເມ​ລິ​ກາ128 ຊະນິດ​ໃນ 7 ປະ​ເພດ
2018-04-02 15:16:45  cri 

ຫຼັງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ລັດຖະບານ​ຈີນ, ຄະນະ​ກຳມະການກົດ​ລະບຽບ​ພາສີຂອງ​ລັດຖະບານ ​ໄດ້​ຕັດສິນ​ວ່າ ນັບ​ແຕ່​ວັນ​ທີ 2 ​ເມສາ​ນີ້​ເປັນຕົ້ນ​ໄປ, ຈະຢຸດຕິ​ການຫຼຸດພາສີ​ໃຫ້​ແກ່​ສິນຄ້າ​ນຳ​ເຂົ້າທີ່​ຜະລິດ​ຢູ່​ອາ​ເມ​ລິ​ກາ 128 ຊະນິດ​ໃນ 7 ປະ​ເພດ ​ແລະ​ຂຶ້ນ​ພາສີຕື່ມ​ບົນ​ພື້ນຖານ​ອັດຕາ​ພາສີ​ທີ່​ກຳນົດ​ໃຊ້​ໃນ​ປັດຈຸບັນ, ຍົກ​ອັດຕາ​ພາສີ​ຂຶ້ນ 15% ຕໍ່​ສິນຄ້າ​ນຳ​ເຂົ້າ 120 ຊະນິດ ​ເປັນຕົ້ນໝາກ​ໄມ້​ແລະ​ຜະລິດ​ຕະພັນທີ່​ກ່ຽວຂ້ອງ ຍົກ​ອັດຕາ​ພາສີຂຶ້ນ 25% ຕໍ່​ສິນຄ້າ​ນຳ​ເຂົ້າ 8 ຊະນິດ ​ເຊັ່ນ​ຊີ້ນ​ໝູພ້ອມ​ຜະລິດ​ຕະພັນ​ທີ່​ກ່ຽວຂ້ອງ. ຂະນະ​ທີ່​ນະ​ໂຍບາຍ​ສະຫງວນ​ພາສີ, ຫຼຸດພາສີ ​ແລະ ປອດ​ພາສີ​ນັ້ນບໍ່​ມີ​ການ​ປ່ຽນ​ແປງ.

ວັນ​ທີ 8 ມີນາຜ່ານ​ມາ, ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ບົດ​ຖະ​ແຫຼງຂ່າວ ​ໂດຍ​ເຫັນ​ວ່າການ​ນຳ​ເຂົ້າຜະລິດ​ຕະພັນ​ເຫຼັກກ້າ ​ແລະ ອາ​ລູມີ​ນຽມ​ ມີ​ຜົນ​ກະທົບທີ່​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ປອດ​ໄພ​ຂອງ​​ອາ​ເມ​ລິ​ກາ ​ແລະ​ຕົກລົງ​ວ່າ ຈະ​ຂຶ້ນພາສີ​ຕື່ມ​ຕໍ່​ການ​ນຳ​ເຂົ້າຜະລິດ​ຕະພັນ​ສອງ​ຊະນິດດັ່ງກ່າວ ນັບ​ແຕ່ວັນ​ທີ 23 ​ເດືອນ​ດຽວ​ກັນ​ເປັນຕົ້ນ​ໄປ(ຖືກ​ເອີ້ນ​ວ່າ ມາດ​ຕະການ 232).

​ເຈົ້າໜ້າ​ທີ່​ກົມ​ພາສີ ກະຊວງ​ການ​ເງິນ​ຈີນ ກ່າວ​ວ່າ​: ມາດ​ຕະການ 232 ​ໄດ້​ຝືນ​ກັບ​ກົດ​ລະບຽບ​ທີ່​ກ່ຽວຂ້ອງ​ຂອງ​ອົງການ​ການ​ຄ້າ​ໂລກ. ຂະນະ​ທີ່​ຈີນ​ສົ່ງ​ເສີມ ​ແລະ ສະໜັບສະໜູນ​ໂຄງ​ປະກອບ​ການ​ຄ້າຫຼາຍຝ່າຍ ​ແລະ​ການ​ຢຸດຕິ​ການຫຼຸດພາສີ​ໃຫ້​ແກ່​ສິນຄ້າ​ທີ່​ຜະລິ​ດຢູ່ອາ​ເມ​ລິ​ການັ້ນ ​ແມ່ນ​ປະຕິບັດ​ໂດຍ​ມີ​ກົດ​ລະບຽບ​ຂອງ​ອົງການ​ການ​ຄ້າ​ໂລກ​​ເປັນສິ່ງອ້າງ​ອີງ ​ແລະ​ເປັນ​ມາດ​ຕະການ​ທີ່ຊອບ​ທຳ​ຂອງ​ຈີນ​ໃນ​ການ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ