ດາວ​ທຽມ​ໂທລະ​ຄົມ​ດວງ​ໜຶ່ງ​ຂອງ​ອິນ​ເດຍສູນຫາຍຫຼັງສົ່ງ​ຂຶ້ນສູ່​ອະວະກາດ
2018-04-02 15:21:17  cri 

ອົງການ​ສຶກສາຄົ້ນຄວ້າ​ອະວະກາດ​ອິນ​ເດຍ ຫຼື ISRO ອອກຖະ​ແຫຼງການ​ໃນ​ວັນ​ທີ 1 ​ເມສາ​ນີ້​ວ່າ: ອົງການ​ຕົນ​ໄດ້​ສົ່ງ​ດາວ​ທຽມ​ໂທລະ​ຄົມ GSAT-6A ທີ່​ວົງ​ໂຄຈອນ​ທຽບ​ສະຖິດ​ກັບ​ຈັງຫວະ​​ໝູນ​ປິ່ນ​ຂອງ​ໜ່ວຍ​ໂລກ​ໃນ​ວັນ​ທີ 29 ມີນາ​ຜ່ານ​ມາ, ​ແຕ່​ປັດຈຸບັນ​ໄດ້​ສູນ​ຫາຍ​ແລ້ວ.

ຖະ​ແຫຼງການ​ລະບຸ​ວ່າ: ດາວ​ທຽມດວງ​ດັ່ງກ່າວ​ໄດ້​ສຳ​ເລັດ​ການ​ປ່ຽນ​ວົງໂຄຈອນ​ຄັ້ງທີ 2 ​ໃນ​ວັນ​ທີ 31 ມີນາ​ຜ່ານ​ມາ ​ແຕ່​ໄດ້​ຂາດ​ການ​ຕິດ​ຕໍ່​ກັບ​ພາກ​ພື້ນ​ດິນ​ກ່ອນ​ຈະ​ປ່ຽນ​ວົງ​ໂຄຈອນ​ເທື່ອ​ທີ 3 ທີ່ກຳນົດຈະດຳເນີນໃນວັນທີ 1 ເມສານີ້. ປັດຈຸບັນ, ນັກວິຊາການ​ພວມ​ພະຍາຍາມ​ຟື້ນ​ຟູ​ການ​ຕິດ​ຕໍ່​ກັບ​ດາວ​ທຽມ​ດັ່ງກ່າວ.

ດາວ​ທຽມ GSAT-6A ​ແມ່ນ​ດາວ​ທຽມ​ໂທລະ​ຄົມຮຸ່ນຫຼ້າສຸດ​ຂອງ​ອິນ​ເດຍ ​​ໂດຍຕາມ​ແຜນ​ອອກ​ແບບຈະສາມາດ​ປະຕິບັດ​ການ​ໄດ້ປະມານ 10 ປີ ​ເຊິ່ງຕົ້ນຕໍຈະ​ນຳ​ໃຊ້​ໃນ​ການບໍລິການ​ໂທລະ​ຄົມ​ເຄື່ອນທີ່​ພາຍ​ໃນ​ປະ​ເທດ​ອິນ​ເດຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ