ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຊຸດ​ໃໝ່​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ
2018-04-02 11:11:39  cri 

ໃນ​ເວ​ລາ 10 ໂມງ​ຂອງວັນ​ທີ 30 ມີ​ນາ​ຜ່ານ​ມາ, ທ່ານ ວິນ​ມິນ​ດ໌ ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ປະ​ທານ​າ​ທິ​ບໍ​ດີ​​ຄົນ​ໃໝ່ໃນ​ພິ​ທີ​ຂອງ​ລັດ​ຖະ​ສະ​ພາ​ມຽນ​ມາ. ຜູ້​ທີ່​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງໃນ​ມື້​​ດຽວ​ກັນ​ຍັງ​ມີ​ທ່ານ ມິນ​ສ໌​ວີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ 1 ແລະ ທ່ານ ເຮັນ​ຣີ ວານ​ຕີ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ​ 2.

ຫຼັງ​ຈາກ​ສາ​ບານ​ຕົວ​ແລ້ວ, ທ່ານ ວິນ​ມິນ​ດ໌ ໄດ້ກ່າ​ວ​​ປາ​ໄສວ່າ, ສິ່ງ​ທ້າ​ທາຍ​ແລະ​ຄວາມ​ຫຍຸ້ງ​ຍາກ​ທີ່​ປະ​ເທດ​ແລະ​ປະ​ຊາ​ຊົນ​ຜະ​ເຊີນ​ໃນ​ປັດ​ຈຸ​ບັນ​ບໍ່​ສາ​ມາດ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ງ່າຍ​ດາຍ, ແຕ່​ທ່ານ​ຈະ​ພະ​ຍາ​ຍາມ​ສຸດ​ຂີດ​ຊຸກ​ຍູ້​​ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ,ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ,ບັນ​ລຸ​ຄວາມ​ປອງດອງ​ຊາດ​ແລະ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ.

ທ່ານ ວິນ​ມິນ​ດ໌ ປີ​ນີ້​ອາ​ຍຸ 66 ປີ, ເຄີຍ​ເປັນ​ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ມຽນ​ມາ, ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງ​ໃນ​ວັນ​ທີ 21 ມີ​ນາ​ຜ່ານ​ມາ. ໃນ​ວັນ​ທີ 23 ມີ​ນາ​ຜ່ານ​ມາ, ສະ​ພາ​ດັ່ງ​ກ່າວ​ໄດ້​ເລືອກ​ຕັ້ງ​ທ່ານ ວິນ​ມິນ​ດ໌ ເປັ​ນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ແລະ​ໄດ້​ສະ​ເໜີ​ທ່ານ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ. ໃນ​ວັນ​ທີ 28 ມີ​ນາ​ຜ່ານ​ມາ, ທ່ານ ວິນ​ມິນ​ດ໌ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ​ຄົນໃໝ່ຢ່າງ​ສຳ​ເລັດ​ຜົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ