ກອງ​ປະ​ຊຸມ GMS ຜ່ານ​ເອ​ກະ​ສານ​ສຳ​ຄັນຫຼາຍ​ສະ​ບັບ
2018-04-02 11:12:22  cri 
ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຫຼື GMS ຄັ້ງ​ທີ 6 ທີ່​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ປະ​ເທດ​ຫວຽດ​ນາມ​ໄດ້​ອັດ​ລົງ​ໃນ​ວັນ​ທີ 31 ມີ​ນາ​ຜ່ານ​ມາ ໂດຍ​ໄດ້​ຜ່ານ​ເອ​ກະ​ສານ​​ສຳ​ຄັນຫຼາຍ​ສະ​ບັບ​ເຊິ່ງ​ລວມ​ທັງ "ຂອບ​ການ​ລົງ​ທຶນ​ພາກ​ພື້ນ 2022".

ໃນ​ມື້​ດັ່ງ​ກ່າວ,ກອງ​ປະ​ຊຸມ​ໄດ້​ຜ່ານ​ເອ​ກະ​ສາ​ນ​ສຳ​ຄັນ 3 ສະ​ບັບ​ຄື: ​ຖະ​ແຫຼງ​ການ​ຮ່ວມ, "ແຜນ​ການ​ດຳ​ເນີນ​ງານຮ່າ​ໂນ້ຍ 2018-2022" ແລະ "ຂອບ​ການ​ລົງ​ທຶນ​ພາກ​ພື້ນ 2022", ໃນນັ້ນ "ຂອບ​ການ​ລົງ​ທຶນ​ພາກ​ພື້ນ 2022" ໄດ້​ກຳ​ນົດ​ລາຍ​ຊື່​ບັນ​ຊີ​ໂຄງ​ການ​ທີ່​ເປັນ​ບູ​ລິ​ມະ​ສິດ​ໃນ 5 ປີ​ຕໍ່​ໜ້າ ລວມ​ທັງ​ໂຄງ​ການ​ຊ່ວຍ​ເຫຼືອ​ເຕັກ​ໂນ​ໂລ​ຊີ​ແລະ​ກາ​ນ​ລົງ​ທຶນ 227 ໂຄງ​ການ,ມີ​ມູນ​ຄ່າ​ລວມ​ປະ​ມານ 66 ຕື້​ໂດ​ລາ​ສະ​ຫະ​ລັດ.

ຂ່າວ​ແຈ້ງ​ຕື່ມວ່າ: ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຫຼື GMS ຄັ້ງ​ທີ 7 ຈະ​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍ​ໃນ​ປີ 2021.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ