ກຳ​ປູ​ເຈຍ​​ມ້າງ​ຄະ​ດີ​ກ່ຽວ​ກັບ​ຢາ​ເສບ​ຕິດໄດ້ 1.925 ລາຍ ແລະ​ຈັບ​​ຜູ້​ຕ້ອງ​ສົງ​ໄສໄດ້ 4.000 ຄົນ
2018-04-02 11:13:14  cri 
​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້, ພາກ​ສ່ວນ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ກຳ​ປູ​ເຈຍ​ສາ​ມາດ​ມ້າງ​ຄະ​ດີທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ 1.925 ລາຍ, ຈັບ​ ​ຜູ້​ຕ້ອງ​ສົງ​ໄສ​​ໄດ້ 3.945 ຄົນ, ຍຶດຢາ​ເສບ​ຕິດ​ໄດ້ 58 ກິ​ໂລ.

ພາກ​ສ່ວນ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ລັດ​ຖະ​ບານ​ກຳ​ປູ​ເຈຍ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ໃນ​ວັນ​ທີ 1 ເມ​ສາ​ນີ້​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ວັນ​ທີ 31 ມີ​ນາ​ຜ່ານ​ມາ,ໃນ​ຈຳ​ນວນ​ຜູ້​ຕ້ອງ​ສົງ​ໄສ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຢາ​ເສບ​ຕິດ​ທີ່​ຖື​ກ​ຈັບ​ຕົວ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ນັ້ນ, ມີ​ແມ່​ຍິງ 316 ຄົນ, ຄົນ​ຕ່າງ​ປະ​ເທດ 49 ຄົນ ເຊິ່ງໃນ​ນັ້ນ​ລວມ​ທັງ​ແມ່​​ຍິງ 10 ຄົນຈາກ 7 ປະ​ເທດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ລະ​ບຸ​ວ່າ,ຄະ​ດີ​ທີ່​ກ່ຽວ​ພັນ​ເຖິງ​ການ​ຄ້າ​ຂາຍ,ຮັກ​ສາ​ໄວ້,ປຸງ​ແຕ່ງ​ຢາ​ເສບ​ຕິດ​ແລະ​ປູກ​ຕົ້ນຢາ​ເສບ​ຕິດ​ນັ້ນ​ມີ 1.237 ລາຍ, ໃນ​ຈຳ​ນວນ​ຜູ້​ທີ່​ຖືກ​ຈັບ​ຕົວ​ 2.288 ຄົນ​ນັ້ນ, ມີ​ແມ່​ຍິງ 221 ຄົນ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ຍັງ​​ລະ​ບຸ​ຕື່ມວ່າ: ໃນ​ການ​ເຄື່ອນ​ໄຫວ​,ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ສາ​ມາດ​ຍຶດ​​ລົດຂົນ​ສົ່ງ​ຢາ​ເສບ​ຕິດໄດ້ 21 ຄັນ, ລົດ​ຈັກ 397 ຄັນ​ແລະ​ເຄື່ອງ​ມື​ໂທ​ລະ​ຄົມ​ເປັນ​ຕົ້ນ ໃນ​ນັ້ນ​ລວມ​ທັງ​ອາ​ວຸດ​ປືນ​ຍາວ​ແລະ​ສັ້ນ 11 ​ກະ​ບອກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ