ກວຕ ແລະ SIPO ຮ່ວມມືກັນລົງນາມເຊັນສັນຍາໃນຂົງເຂດວຽກງານຊັບສິນທາງປັນຍາ
2018-04-02 16:39:19  cri 

ໃນຕອນເຊົ້າວັນທີ 2 ເມສາ 2018​ ທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ນະຄອນຫຼວງວຽງຈັນ. ໄດ້ມີພິທີ
ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ ລະຫວ່າງກະຊວງວິທະຍາສາດ ແລະ
ເຕັກໂນໂລຊີ (ກວຕ) ແລະ ສຳນັກງານຊັບສິນທາງປັນຍາ ແຫ່ງລັດ ຂອງສາທາລະນະລັດ ປະຊາຊົນຈີນ (SIPO
= State Intellectual Property Office of the P.R.C) ໂດຍໄດ້ຮັບກຽດເຂົ້າຮ່ວມແລະເປັນສັກຂີພິຍານ
ຂອງ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກວຕ ແລະບັນດາທ່ານຮອງລັດຖະມົນຕີ, ຫ້ອງການ, ກົມ ພ້ອມດ້ວຍ
ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍລາວ-ຈີນເຂົ້າຮ່ວມ. ລົງນາມເຊັນບົດບັນທຶກໃນຄັ້ງນີ້, ຕາງໜ້າ ກວຕ ແມ່ນ ທ່ານ
ຫຸມພັນ ອິນທະຣາດ, ຮອງລັດຖະມົນຕີ ກວຕ ແລະ ດຣ. ເສີນ ຈາງຢູ (ShenChangyu) ຫົວໜ້າສຳນັກງານຊັບ
ສິນທາງປັນຍາ ແຫ່ງ ສປ ຈີນ.

ຈຸດປະສົງ ໃນການເຊັນບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນເພື່ອສ້າງຂອບການຮ່ວມມື ໃນການເພີ່ມທະວີ ການ
ແລກປ່ຽນ ໃນຂົງເຂດຊັບສິນທາງປັນຍາ ແລະ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາໂຄງການ ແລະ ກິດຈະກຳ
ຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ກ່ຽວກັບ ນະວັດຕະກຳ ແລະການສ້າງສັນ, ການນໍາໃຊ້, ການປົກປ້ອງ ແລະການ
ຄຸ້ມຄອງຊັບສິນທາງປັນຍາ. ພາຍຫຼັງທີ່ມີບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດຊັບສິນທາງປັນຍາ
ທັງສອງຝ່າຍ ຈະຮ່ວມມືທາງດ້ານຊັບສິນທາງປັນຍາ ໃນການເພີ່ມທະວີການແລກປ່ຽນຄວາມຄິດເຫັນ, ຮ່ວມມືກັນພັດ
ທະນາກ່ຽວກັບຊັບສິນທາງປັນຍາ ເປັນຕົ້ນແມ່ນ ຍຸດທະສາດດ້ານຊັບສິນທາງປັນຍາ, ສ້າງ ແລະ ຈັດຕັ້ງປະຕິບັດ
ກົດໝາຍ ແລະ ນະໂຍບາຍຕ່າງໆ ກ່ຽວກັບຊັບສິນທາງປັນຍາຂອງສອງປະເທດ;ແລກປ່ຽນຄວາມຮູ້ໃນການຈັດຕັ້ງ
ປະຕິບັດ, ການກວດສອບ, ການອອກໃບຢັ້ງຢືນສິດ ຊັບສິນທາງປັນຍາ; ຈັດຝຶກອົບຮົມ ແລະ ພັດທະນາບຸກຄະລາ
ກອນ; ການແລກປ່ຽນຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງກັບສິດທິບັດ, ການພັດທະນາແຫຼ່ງຂໍ້ມູນ, ການບໍລິການຂໍ້
ມູນສິດທິບັດ ແລະ ການປູກຈິດສຳນຶກກ່ຽວກັບຊັບສິນທາງປັນຍາໃຫ້ແກ່ ສາທາລະນະຊົນ; ພ້ອມກັນນັ້ນ ທັງສອງ
ຄູ່ຮ່ວມມື ຍັງຈະເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນ,​ ປະສົບການ ໃນການສ້າງລະບົບນິຕິກຳເພື່ອປົກປ້ອງ
ຊັບພະຍາກອນພັນທຸກຳ, ພູມປັນຍາພື້ນບ້ານອັນເປັນມູນເຊື້ອ ແລະ ການສະແດງອອກດ້ານວັດທະນະທຳພື້ນບ້ານ.

ໂອກາດການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຈາກສຳນັກງານຊັບສິນທາງປັນຍາແຫ່ງລັດ ຂອງສາທາລະ
ນະລັດ ປະຊາຊົນຈີນໃນຄັ້ງນີ້, ຄະນະຝ່າຍຈີນ ຍັງໄດ້ເຂົ້າຢ້ຽມຄໍານັບທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ
ກວຕ, ເພື່ອລາຍງານຜົນຂອງການພົບປະລະຫວ່າງ ສໍານັກງານຊັບສິນທາງປັນຍາແຫ່ງລັດ ສປ ຈີນກັບກົມຊັບສິນ
ທາງປັນຍາ ກວຕ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງ
ເຂດຊັບສິນທາງປັນຍາ ໃຫ້ປາກົດຜົນເປັນຈິງ ແລະ ສຳເລັດຜົນຢ່າງຈົບງາມ.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ