ວິ​ສາ​ຫະ​ກິດຈີນ​ໄດ້​ຕາບ​ຈູນ​ຄວາມ​ບົກ​ຜ່ອງ​ທາງຂະ​ແໜງ​ການ​ແຜ່ນ​ແພ​ຂອງ​ມາ​ເລ​ເຊຍ
2018-04-02 10:05:26  cri 
ວັນ​ທີ 1 ເມ​ສາ​ນີ້, ທ່ານ​ປ໋າຍ​ທ່ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ​​ໄດ້ໄປ​ກວດ​ກາ​ບໍ​ລິ​ສັດ​ແຜ່ນ​ແພ​ຕ້າຍ​ຢິ໋ນ​ມາ​ເລ​ເຊຍ​ຈຳ​ກັດ ໂດຍ​ຊີ້​ອອກວ່າ, ບໍ​ລິ​ສັດ​ຕ້າຍ​ຢິ໋ນ​ໄດ້​ລົງ​ທຶນ​ສ້າງ​ໂຮງ​ງານ​ແຜ່ນ​ແພ​ຢູ່​ມາ​ເລ​ເຊຍ ເຊິ່ງ​ໄດ້​ຕາບ​ຈູນ​ຄວາມ​ບົກ​ຜ່ອງ​​ທາງ​ຂະ​ແໜງ​ການ​ນີ້​ຂອງ​ມາ​ເລ​ເຊຍ.

ພາຍຫຼັງ​ກວດ​ກາ​ໂຮງ​ງານ​ແລ້ວ, ທ່ານ​ປ໋າຍ​ທ່ຽນ​​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ໂຮງ​ງານ​​ແຜ່ນ​ແພຕ້າຍ​ຢິ໋ນ​ເປັນ​ໂຄງ​ການ​ຮ່ວມ​ມື​ທີ່​ມີ​ຜົນສຳ​ເລັດ​​ລະ​ຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ  ແລະ​ ກໍ​ແມ່ນ​ໂຄງ​ການ​ໜຶ່ງ​ທີ່​ຈີນ​ມອບ​ເຕັກ​ນິກ​ໃຫ້​ມາ​ເລ​ເຊຍ. ທ່ານ​ກ່າວ​ເນັ້ນ​ວ່າ, ໂຮງ​ງານຫຼັງ​ນີ້​ແມ່ນ​ໂຄງ​ການ​ໃຊ້​ທຶນຫຼາຍ ແລະ ໃຊ້​ເຕັກ​ນິກ​ສູງ ແລະ ​ບໍ່​ແມ່ນ​ໂຄງ​ການ​ທີ່​ໃຊ້​ແຮງ​ງານຫຼາຍ.

ທ່ານ​ກ່າວ​ຕື່ມ​ວ່າ, ໂຄງ​ການ​ດັ່ງ​ກ່າວ​ມີ​ລະ​ດັບ​ສູງ ແລະ ມີ​ມາດ​ຕະ​ຖານ​ສູງ ເພາະ​ວ່າໄດ້​ນຳ​ເຂົ້າ​ອຸ​ປະ​ກອນ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ໃນ​ໂລກ, ສາ​ມາດ​ຜະ​ລິດເສັ້ນ​ດ້າຍ​ລະ​ດັບ​ໜຶ່ງ​ຂອງ​ໂລກ ເຊິ່ງ​ອາດ​ເວົ້າ​ໄດ້​ວ່າ, ໂຄງ​ການ​ດັ່ງ​ກ່າວ​ໄດ້​ໃຊ້​ອຸ​ປະ​ກອນ ແລະ ເຕັກ​ນິກ​ລະ​ດັບ​ໜຶ່ງ​ຂອງ​ໂລກ ແລະ ເປັນ​ແຫ່ງ​ທຳ​ອິດ​ໃນ​ຂະ​ແໜງ​ການ​ດຽວ​ກັນ​ຂອງ​ມາ​ເລ​ເຊຍ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ