ເປີດ​ນຳ​ໃຊ້​ດ່ານ​ນຳ​ເຂົ້າ​ປະ​ເພດ​ຊີ້ນ​ສະ​ເພາະ​ແຫ່ງ​ທຳ​ອິດ​ຢູ່​ຊາຍ​ແດນ​ຈີນ-ມຽນ​ມາຢ່າງ​ເປັນ​ທາງ​ການ
2018-04-02 10:45:51  cri 
ພາຍຫຼັງ​ໄດ້​ເດີນ​ເຮືອ​ຕາມ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເປັນ​ເວ​ລາ 2 ວັນ​ແລ້ວ, ຊີ້ນ​ໄກ່​ແຊ່​ແຂງ 150 ໂຕນ​ຈາກ​ປະ​ເທດ​ໄທ​ໄດ້​ສົ່ງ​ໄປ​ເຖິງ​ດ່ານ​ກ່ວນ​ເຫຼີຍ​ເມືອງ​ຊຽງ​ຮຸ່ງ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ຈີນ ແລະ ຜ່ານ​ດ່ານ​ພ​າ​ສີ​ແລ້ວ​ນຳ​ເຂົ້າ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ດ່ານ​ນຳ​ເຂົ້າ​ປະ​ເພດ​ຊີ້ນ​ສະ​ເພາະ​ແຫ່ງ​ທຳ​ອິດ​ຢູ່​ຊາຍ​ແດນ​ຈີນ-ມຽນ​ມາໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ.

ທ່ານ​ອ້າຍ​ລາ ເຈົ້າ​ເມືອງ​ເມືອງຫຼ້າ ທັງ​ເປັນ​ຮອງ​ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ຄຸ້ມ​ຄອງ​ເຂດ​ທົດ​ລອງ​ການ​ພັດ​ທະ​ນາ ແລະ ການ​ເປີດ​ປະ​ຕູ​ບໍ່​ຫານ​ເປີດ​ເຜີຍ​ວ່າ, ໂຄງ​ການ​ດ່ານ​ນຳ​ເຂົ້າ​ປະ​ເພດ​ຊີ້ນ​ສະ​ເພາະ​ເປັນ​ໜຶ່ງ​ໃນ​ໂຄງ​ການ​ສຳ​ຄັນ​ໃນ​ເຂດ​ທົດ​ລອງ​ການ​ພັດ​ທະ​ນາ ແລະ ເປີດ​ປ​ະ​ຕູ​ທີ່​ສຳ​ຄັນ​ຂອງ​ຈີນ, ​ອາດ​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ລຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ທີ່​ເປັນ​ລຳ​ແມ່​ນ້ຳ​ສາ​ກົນ​ຢ່າງ​ເຕັມ​ທີ່ ແລະ ສອດ​ຄ່ອງ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ. ດ່ານ​ກ່ວນ​ເຫຼີຍ​ຈະ​ກຳ​ໂອ​ກາດ​ດັ່ງ​ກ່າວ ເພື່ອ​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ຂອງ​ດ່ານ​ໃຫ້​ສູງ​ຂຶ້ນ ແລະ ອອກ​ແຮງ​ພັດ​ທະ​ນາ​ເສດ​ຖະ​ກິດ​ທ່າ​ກຳ​ປັ່ນ​ສາ​ກົນ.

ຂ່າວ​ແຈ້ງ​ຕື່ມ​ວ່າ, ຕາມການ​ຄາດ​ຄະ​ເນ​​ແລ້ວ, ແຕ່​ລະ​ປີ, ດ່ານ​ນຳ​ເຂົ້າ​ປະ​ເພດ​ຊີ້ນ​ສະ​ເພາະ​ກ່ວນ​ເຫຼີຍ​ເມືອງ​ຊຽງ​ຮຸ່ງ​ຈະ​ສາ​ມາດ​ນຳ​ເຂົ້າ​ຊີ້ນສັດ​ປະ​ເພດ​ຕ່າງໆ​ໄດ້​ເຖິງ 1 ແສນ 5 ໝື່ນ​ໂຕນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ