ນ້ຳ​ໃຈ​ຄວ​າມ​ເປັນ​ພໍ່ ຖື​ປັ​ສ​ປໍ​ລູກ​ສາວ​ແລ່ນ​ມາ​ລາ​ທອນ
2018-04-03 14:36:37  cri 

ໃນ​ງານ​ກິ​ລາ​ແລ່ນ​ມາ​ລາ​ທອນ​ອູ​ຊີ່ 2018 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ອູ​ຊີ່ ແຂວງ​ຈ່ຽງ​ຊູ່ ສ​ປ ຈີ​ນ​ໃນ​ວັນ​ທີ 25 ມີ​ນາ​ຜ່ານ​ມາ, ມີ​ຜູ້​ແລ່ນ​ມາ​ລາ​ທອນ​ໄວ​ກາງ​ຄົນ​ຜູ້​ໜຶ່ງ, ເມື່ອ​ແລ່ນ​ຮອດ​ຕໍ່​ໜ້າ​ຊ່າງ​ຖ່າຍ​ຮູບ, ລາວ​ຈະ​ໃຊ້​ມື​ຊ້າຍ​ເປີດ​ປຶ້ມ​ນ້ອຍໆ​ຫົວ​ໜຶ່ງ​ໄວ້​ເທິງ​ໜ້າ​ເອິກ,ຍົກ​ມື​ຂວາ​ເຄົາ​ລົບ​ຊ່າງ​ຖ່າຍ​ຮູບ. ເທີງ​ໃບ​ໜ້າ​ຂອງ​ລາວ​ມີ​ຄວາມ​ໂສກ​ເສົ້າຫຼາຍ, ລາວບອກວ່າ: "ລູກ​ສາວ​ຂ້ອຍ​ຫ​າ​ກໍ່​ເສຍ​ໄປ,ຂ້ອຍ​ມາ​ແລ່ນ​ມາ​ລາ​ທອນ​ອູ​ຊີ່​ເພື່ອ​ລູກ​ສາວ,ຂໍ​ໃຫ້​ທ່ານ​ຖ່າຍ​ຮູບ​ໃຫ້​ຂ້ອຍ​ແດ່." ຊ່າງ​ຖ່າຍ​ຮູບ​ຜູ້​ໜຶ່ງ​ກ່າວ​ວ່າ: "ເມື່ອ​ຜູ້​ແລ່ນ​ມາ​ລາ​ທອນ​ຜູ້​ນີ້​ແລ່ນ​ເຖິງ​ໜ້າ​ກ້ອງ​ຂ້ອຍ,ຂ້ອຍ​ມີ​ຫຼາຍ​ແນວ​ຊິ​ເວົ້າ​ແຕ່​ເວົ້າ​ບໍ່​ອອກ​ຈັກ​ຄວ​າມ,ພຽງ​ແຕ່ຢາກໄຫ້​ເທົ່າ​ນັ້ນ…"

​ຜູ້​ແລ່ນ​ມາ​ລາ​ທອນ​ຜູ້​ນີ້​ມີ​ຊື່​ວິ​ແຊັດ​ວ່າ ຈິ່ງ​ຕຸ່ງ​ປາຍ​ຢາງ, ປຶ້ມ​ນ້ອຍໆ​ທີ່​ລາວ​ເປີດ​ໃຫ້​ເບິ່ງ​ນັ້ນ​ເປັນ​ປັ​ສ​ປໍ​ຂອງ​ນາງ​ຢາງ​ເຢ້ວ ລູກ​ສາວ​ກົກ​ຂອງ​ຕົນ. ນາງ​ຢາ​ເຢ້ວ​ກໍ​ເປັນ​ຜູ້​ນິ​ຍົມ​ກິ​ລາ​ການ​ແລ່ນ​ເຊັ່ນ​ກັນ. ປີ​ນີ້​ອາ​ຍຸ 23 ປີ. ວັນ​ທີ 4 ມີ​ນາ​ຜ່ານ​ມາ, ນາງ​ຫາ​ກໍ່​ລ່ວງ​ລັບ​ໄປ​ຈາກ​ອຸ​ບັດ​ເຫດ​ລົດ​ຕຳ. ສ່ວນ​ງານ​ກິ​ລາ​ແລ່ນ​ມາ​ລາ​ທອນ​ອູ​ຊີ່​ເປັນ​ການ​ແຂ່ງ​ຂັນ​ທີ່​ນາງ​ຫວັງ​ເຂົ້າ​ຮ່ວມ​ມາ​ແຕ່​ດົນ​ແລ້ວ ທັງ​ເປັນ​ການ​ແຂ່ງ​ຂັນ​ມາ​ລາ​ທອນ​ຄັ້ງ​ທຳ​ອິດ​ທີ່​ນາງ​ສະ​ໝັກ​ເຂົ້າ​ຮ່ວມ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ