ໝາກ​ໄມ້​ຈາກ​ອາ​ຊຽນ​ບຸກ​ຕະຫຼາດ​ເຂດ​ພາກ​ຕາ​ເວັນ​ຕົກ​ຈີນ
2018-04-03 14:51:19  cri 
ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ນານ​ນິງ​ຈຳ​ກັດ​ເປີດ​ເຜີຍ​ໃນ​ວັນ​ທີ 2 ເມ​ສາ​ນີ້​ວ່າ: ໝາກ​ໄມ້​ຈາກ​ປະ​ເທດ​ອາ​ຊຽນ​ກຳ​ລັງ​ຜ່ານ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ການ​ຄ້າ​ສາ​ກົນ​ທິດ​ໃຕ້​ເຊື່ອມ​ຈອດ​ຈີນ-ສິງ​ກະ​ໂປ ເຊິ່ງ​ເນັ່ງ​ຈາກ​ຈີນ​ຜ່ານ​ແຫຼມ​ອິນ​ດູ​ຈີນ​ໄປ​ເຖິງ​ສິງ​ກະ​ໂປ​ນັ້ນ ເຂົ້າ​ສູ່​ເຂດ​ພາກ​ຕາ​ເວັ​ນ​ຕົກ​ຂອງ​ຈີນ. ເມື່ອ​ບໍ່​ດົນ​ມາ​ນີ້, ມີ​ໝາກ​ໄມ້​ຈາກ​ອາ​ຊຽນ 12 ໂຕນ​ໄດ້​ຂົນ​ສົ່ງ​ໄປ​ເຖິງ​ນະ​ຄອນ​ລານ​ໂຈ່ວ ແຂວງ​ກ່ານ​ຊູ້ ສ​ປ ຈີນ.

ທ່ານ​ເຄີ່​ຊ້ຽງ​ສີ ຫົວ​ໜ້າ​ພະ​ແນກ​ຂົນ​ສົ່ງ​ສິນ​ຄ້າ​ຂອງ​ກຸ່ມ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຈີນ​ນານ​ນິງ​ຈຳ​ກັດ​ໃຫ້​ຮູ້​ວ່າ: ຄາດ​ວ່າ 6 ເດືອນ​ທ້າຍ​ປີ​ນີ້, ດ້ານ​ທາງ​ລົດ​ໄຟ​ພິງ​ຊຽງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈະ​ຖືກ​ຮັບ​ຮອງ​ເປັນ​ດ່ານ​ທາງ​ລົດ​ໄຟ​ຂາ​ເຂົ້າ​ຂາ​ອອກ​ໝາກ​ໄມ້​ແຫ່ງ​ທຳ​ອິດ​ຂອງ​ຈີນ. ຮອດ​ເວ​ລາ​ນັ້ນ, ການ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ຄຸນ​ນະ​ພາບ​ດີ​ຈາກ​ປະ​ເທດ​ອາ​ຊຽນ​ກັບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ເຂດ​ອຸ່ນ​ຂອງ​ຈີນ​ຈະ​ມີ​ຄວາມ​ສະ​ດວກວ່ອງ​ໄວ,ມີ​ຕົ້ນ​ທຶນ​ໜ້ອຍ​ແລະ​ປອດ​ໄພ​ກວ່າ​ເກົ່າ.

ຕາມ​ຂ່າວ​ແຈ້ງວ່າ: ໄປ​ຄຽງ​ຄູ່​ກັບ​ການ​ກໍ່​ສ້າງ​ທາງ​ຈໍ​ລະ​ຈອນ​ສິນ​ຄ້າ​ການ​ຄ້າ​ສາ​ກົນ​ທິດ​ໃຕ້​ເຊື່ອມ​ຈອດ​ຈີນ-ສິງ​ກະ​ໂປ ມີ​ຄວາມ​ຄືບ​ໜ້າ​ເທື່ອ​ລະ​ກ້າວ, ປະ​ເທດ​ອາ​ຊຽນ​ຈະ​ມີ​ສ່ວນ​ຮ່ວມຫຼາຍກວ່າ​ເກົ່າ ຄືນ​ໃນ​ປັດ​ຈຸ​ບັນ, ສິງ​ກະ​ໂປ,ກຳ​ປູ​ເຈຍ,ໄທ,ຫວຽດ​ນາມ,ມຽນ​ມາ​ແລະ​ອື່ນໆ​ໄດ້​ເຂົ້າ​ຮ່ວມ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ